spot_img
Home​ຂ່າວບັນເທິງລະເບີດລົງຫຼັງຈົບຄອນເສີດ "ອາຣີອານາ ແກຣນເດ" ທີ່ແມນເຊສເຕີ ອັງກິດ

ລະເບີດລົງຫຼັງຈົບຄອນເສີດ “ອາຣີອານາ ແກຣນເດ” ທີ່ແມນເຊສເຕີ ອັງກິດ

Published on

ເວັບໄຊຂ່າວບີບີຊີ ລາຍງານວ່າ ໃນຕອນເດິກຂອງວັນທີ 22 ພຶດສະພາ 2017 ເກີດເຫດລະເບີດຂຶ້ນທີ່ “ແມນເຊສເຕ ອາຣິນາ” ໃນເມືອງແມນເຊສເຕີ ປະເທດອັງກິດ ຫຼັງຂອງເສີດຂອງ ອາຣິອານາ ແກຣນເດ ສີລະປິນຊາວອາເມລິ ກັນ ໄດ້ສິ້ນສຸດລົງ ເຮັດໃຫ້ມີຜູເສຍຊີວິດ 19 ຄົນ ແລະ ບາດເຈັບອີກ 50 ຄົນ.

ຜູ່ເຫັນເຫດການເລົ່າວ່າ ໄດ້ຍິນສຽງລະເບີດດັງຂຶ້ນສອງເທື່ອ ໂດຍລາຍງານລະເບີດເກີດຂຶ້ນໃນຫ້ອງໂຮງລະຄອນຫຼັງຄອນເສີດ ປ໊ອບສຕາຣ໌ຊາວອາເມລິກັນຈົບລົງ.

ດ້ານເຈົ້າໜ້າທີ່ຕຳຫຼວດເມືອງແມນເຊສເຕີລະບຸວ່າ ມີຜູ່ເສຍຊີວິດ ແລະ ຜູ້ໄດ້ຮັບບາດເຈັບເປັນຈຳນວນຫຼາຍ ຂະນະທີ່ສາເຫດຂອງລະເບີດນັ້ນຍັງບໍ່ຊັດເຈນ ຢ່າງໃດກໍ່ຕາມ ໜ່ວຍງານຕໍ່ຕ້ານການກໍ່ການຮ້າຍ ນໍເວສ ຂອງອັງກິດ ຮັບມືກັບເຫດການດັ່ງກ່າວໂດຍລະບຸວ່າອາດເປັນເຫດກໍ່ການຮ້າຍທີ່ອາດເປັນໄປໄດ້ ຂະນະທີ່ຜູ້ສື່ຂ່າວບີບີຊີລາຍງານວ່າ ມີການປະຊຸມດ່ວນຂອງເຈົ້າໜ້າທີ່ລະດັບສູງດ້ານການຕໍ່ຕ້ານການກໍ່ການຮ້າຍທີ່ນະຄອນຫຼວງລອນດອນ ແລະ ປະສານງານກັບກະຊວງ ປ້ອງກັນຄວາມສະຫງົບຂອງອັງກິດ

https://youtu.be/HnzZnAHh2-o

https://youtu.be/adT6vaQRwtg

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...