ລະວັງໂຈນ ມາໃນຄາບເຈົ້າບ່າວ

ປະຈຸ​ບັນ​ນີ້​ ການ​ຕົວະ​ຍົວະ​ຫຼອກ​ລວງ​ຂອງ​ກຸ່ມ​ຄົນ​ບໍ່​ດີ​ແມ່ນ​ປາກົດ​​ເກີດຂຶ້ນ​ມາ​ໃຫ້​ ເຫັນ​ເລື້ອຍໆ ຊຶ່ງ​ເມື່ອ​ບໍ່​ດົນ​ມາ​ນີ້​ໄດ້​ມີ​ສອງ​ແມ່ລູກ​ຢູ​່ບ້ານ​ສຳພັນ​ໄຊ ​ເມືອງ​ບຸນ​ໃຕ້ ​ແຂວງ​ຜົ້ງ​ສາລີ ​ໄດ້​ຖືກ​ກຸ່ມ​ຄົນ​ບໍ່​ດີ​ຫຼອກ​ເອົາ​ໄປ​ຂາຍ​ຢູ່​ຈີນ.

ອີງ​ຕາມ​ຂໍ້​ມູນ​ຈາກ​ກອງ​ບັນຊາ​ການ ປກສ ​ແຂ​ວງຜົ້ງ​ສາລີ ​ເປີດ​ເຜີຍ​ວ່າ: ນັບ​ແຕ່​ວັນ​ທີ 16-21 ພຶດສະພາ 2014 ນາງ ບົວ​ຄຳ ​ອາຍຸ 38 ປີ ອາຊີບ​ປະຊາຊົນ ປະຈຸ​ບັນ​ ຢູ່​ບ້ານສຳ ພັນ​ໄຊ ​ເມືອງ​ບຸນ​ໃຕ້ ​ແຂວງ​ຜົ້ງ​ສາລີ ພ້ອມ​ລູກ​ຊາຍ​ຊື່ ທ້າວ ສຸ​ກສະ​ໄໝ ອາ ຍຸ 6 ປີ, ພວກ​ກ່ຽວ​ທັງ​ສອງ​ຄົນ​ແມ່ນ​ໄດ້​ຖືກ​ທ້າວ ອາລີງ​ ​ແລະ ໝູ່​ໂດຍ​ໄດ້​ຖືກ​ແນະນຳ​ໃຫ້​ນາງ ບົວ​ຄຳ ​ໄປ​ເອົາ​ຜົວ​ຄົນ​ຈີນ​ຈະ​ມີ​ຄວາມສຸກ​ສະບາຍ​ໃນ​ອະນາຄົດ ​ແລ້ວ ນາງ ບົວ​ຄຳ ກໍ​ຕົກລົງ​ກັນ​ໄປ​ພ້ອມ​ລູກ​ຂອງ​ນາງ ​ໂດຍ​ທ້າວ ອາລີງ ​ໄດ້​ບອກ​ວ່າ​ໃຫ້​ເອົາ​ລູກ​ໄປ​ພ້ອມ​ຈະ​ລ້ຽງ​ຊ່ວຍ ​ແລະ ​ໂອກາດ​ໜ້າ​ກໍ​ໄປ​ເອົາ​ລູກ​ສາວ​ວຽງ​ຈັນ​ໄປ​ຊອກ​ເອົາ​ຜົວ​ຄົນ​ຈີນ​ອີກ​ກໍ​ໄດ້ ​ແລະ ​ເອົາ​ລູກ​ຊາຍ​ໄປ​ຈ້າງ​ຫາ​ກິນ​ນຳ​ຄົນ​ຈີນ​ແລ້ວ​ມື້​ຕໍ່​ມາ​ສອງ​ແມ່​ລູກ​ກໍ​ ໄດ້​ພາກັນ​ຂີ່​ລົດ​ຕຸກໆ​ໄປ​ນອນ​ບ້ານ​ພັກ​ບຸນ​ໃຕ້ 1 ຄືນ,ມື້​ຕໍ່​ມາ​ກໍ​ໄດ້​ຂີ່​ລົດ​ເມ​ຈີນ​ໄປ​ເມືອງ​ຫຼ້າ​ຈົນ​ຮອດ​ບ່ອນ​ກວດ​ຄົນ ໝູ່​ຂອງ​ທ້າວ ອາລີງ ​ແມ່ນ​ໄປ​ເອົາ​ໃບ ສ່ວນ​ນາງ​ ບົວ​ຄຳ ​ພ້ອມ​ກັບ​ລູກ​ແມ່ນທ້າວ ອາລີ​ງ ​ໄດ້​ຈັບ​ແຂນ​ຢ່າງ​ລຽບ​ໄປ​ຕາມ​ທາງ​ລົດ​ໄປ​ຖ້າ​ຢູ່​​ໂຄ້ງ​ເຄິ່ງທາງກໍ​ຂຶ້ນ​ ລົດ​ໄປ​ຕໍ່​ອີກ​ຈົນ​ໄປ​ຮອດ​ຈຸດ​ທີ່​ສອງ​ກໍ​ໄດ້​ມີ​ຄົນ​ຂີ່​ລົດຈັກ​ມາ​ຕ້ອນ​ ເອົາ​ໄປ​ນຳ​ກັນ 4 ຄົນ ​ແລ້ວ​ກໍ​ໄປ​ພັກ​ຢູ່​ເຮືອນ​ຜູ້​ມາ​ຕ້ອນ 15 ນາທີ ຈາກ​ນັ້ນ​ກໍ​ພາ ນາງ ບົວ​ຄຳ ກັບ​ລູກ​ໄປ​ກິນ​ເຂົ້າ​ຢູ່​ຮ້ານ​ອາຫານ ຫຼັງ​ຈາກ​ນັ້ນ​ຮອດ​ເວລາ 12:00 ​ໂມງ ມີ​ຄົນ​ຂີ່​ລົດ​ມາ​ຕ້ອນ​ເອົາ​ໄປ​ພັກຢູ່​ບ່ອນ​ໃໝ່ 1 ຄືນ ​ແລະ ຮອດ​ມື້​ຕໍ່​ມາ​ປະມານ 18:00 ​ໂມງ​ແລງ ທ້າວ ອາລີ​ງ ​ໄດ້​ບອກ​ໃຫ້​ນາງ ບົວ​ຄຳ ກັບ​ລູກ​ນັ່ງ​ພັກຜ່ອນ​ກໍ​ຈະ​ມີ​ຄົນ​ມາ​ຮັບ​ເອົາ​ໄປ​ຈົນ​ຮອດ​ຈຸດໝາຍ​ດັ່ງກ່າວ ທ້າວ​ ອາລີ​ງ ກັບ​ໝູ່​ແມ່ນ​ໄດ້​ກັບ​ບ້ານ​ແລ້ວ​ພ້ອມ​ກັບ​ບອກ ນາງ ບົວ​ຄຳ ​ແລະ ລູກ​ຢູ່ດີ, ຢູ່​ນີ້​ໂທລະສັບ​ຫາ​ລາວ​ບໍ່​ໄດ້​ ແລ້ວນາງ ບົວ​ຄຳ ກໍ​ໄດ້​ເອົາ​ໂທລະສັບ​ກັບ​ເຄື່ອງ​ຈຳນວນ​ໜຶ່ງ​ຝາກ​ໃຫ​້​ແມ່​ຢູ່​ບ້ານ​ ແລ້ວຫຼັງຈາກ​ນັ້ນ​ກໍ​ໄດ້​ພາ​ຜູ້​ເສຍ​ຫາຍ​ໄປ​ໄວ້​ຢູ່​ສວນ​ຊາ​ປະມານ 3 ວັນ ຈົນ​ຕົກ​ມາ​ຮອດ​ມື້​ທີ 4 ນາງ ບົວ​ຄຳ ​ແມ່ນ​ໄດ້​ເຫັນ​ເຂົາລົມ​ໂທລະສັບ​ກັນ​ວ່າ​ຂ້ອຍ​​ຊື້ມາ​​ແລ້ວ​ຈຳນວນ​ເງິນ 35.000 ຢວນ ​ເປັນ​ສອງ​ແມ່​ລູກ​ແຂງ​ແຮງ​ດີ, ຫຼັງ​ຈາກ​ໄດ້​ຍິນ​ແນວ​ນັ້ນ​ແລ້ວ ນາງ ບົວ​ຄຳ ກໍ​ຢູ່​ບໍ່​ເປັນ​ສຸກ​ແລ້ວ​ແລ່ນ​ໄປ​ຖາມ​ແມ່​ເຖົ້າ​ຢູ່​ສວນ​ຊາ​ວ່າ​ຄົນ​ຈີນ​ ຜູ້​ນີ້​ມີ​ເມຍ​ແລ້ວ​ບໍ່? ​ແມ່​ເຖົ້າ​ຕອບ​ວ່າ​ມີ​ແລ້ວ​ແມ່ນ​ເຈົ້າ​ມາ​ເຮັດ​ຫຍັງ​ເຈົ້າ​ຕາຍ​ແທ້ໆ​ທັງ​ ບອກ​ໃຫ້​ຮີບ​ໜີ​ໄປ​ໄວໆ ​ແຕ່​ນາງ ບົວ​ຄຳ​ ບໍ່​ຮູ້​ຈະ​ໄປ​ທາງ​ໃດ ​ແມ່​ເຖົ້າ​ຈິ່ງ​ແຕ້ມ​ແຜນ​ທີ່​ໃຫ້​ພໍ​ແລ່ນ​ມາ​ຮອດ​ເຄິ່ງ​ທາງ ນາງ ບົວ​ຄຳ ກໍ​ນັ່ງ​ຮ້ອງ​​ໄຫ້​ບໍ່ຮູ້​ຊິ​ໄປ​ທາງ​ໃດ ​ແລະ ​ໂຊກ​ດີ​ມີ​ຊາຍ​ຄົນ​ໜຶ່ງ​ຂີ່​ລົດຈັກ​ຜ່ານ​ມາ​ກໍ​ເລີຍ​ຖາມ​ວ່າ​ເຈົ້າ​ຊິ​ໄປ​​ ໃສ ​ແລ້ວ​ນາງ ບົວ​ຄຳ ກໍ​ເອົາ​ປຶ້ມ​ສຳມະ​ໂນ​ຄົວ​ຍື່ນ​ໃຫ້​ເບິ່ງ​ແລ້ວ​ລາວ​ກໍ​ພາ​ໄປ​ສ່ົງ​ໃຫ້​ ຫ້ອງການ​ຕຳຫຼວດ.

ຢ່າງ​ໃດ​ກໍ​ຕາມ ​ຜ່ານ​ການ​ສັງ​ເກດ​ການ​ຂອງ​ເຈົ້າ​ໜ​້າທີ່​ວິຊາ​ການ​ໃນ​ຄະດີ​ຖືກ​ເຄາະ​ຮ້າຍ​ ລາຍ​ນີ້​ເຫັນ​ວ່າ ນາງ ບົວ​ຄຳ ພ້ອມ​ດ້ວຍ​ລູກ​ພວກ​ກ່ຽວ​ທັງ​ສອງ​ແມ່ນ​ໄດ້​ຖືກ​ພວກ​ຄົນ​ບໍ່​ດີ​ຕົວະ​ຍົວະ​ ຫຼອກ​ລວງ​ໄປ​ຂາຍ​ຢູ່ ສປ ຈີນ ​ແຕ່​ໂຊກ​ດີ​ຜູ້ ກ່ຽວ​ຮູ້​ທັນ​ເລ່ລ່ຽມ​ຂອງ​ພວກ​ກຸ່ມ​ຄົນ​ບໍ່​ດີ ​ແລະ ຖື​ປຶ້ມ​ສຳມະ​ໂນ​ຄົວ​ໄປ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຕຳຫຼວດ ສປ ຈີນ, ປະຈຸ​ບັນ​ຜູ້​ເຄາະ​ຮ້າຍ ​ແລະ ລູກ​ຊາຍ​ແມ່ນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ກັບ​ຄືນ​ມາສູ່​ພູມລຳ​ເນົາ​ຢ່າງ​ປອດ​ໄພ ​ແລ້ວ.

ຂອບໃຈບົດຈາກ: sedthakid.la