spot_img
Homeຂ່າວຕ່າງປະເທດລະທຶກ! ເກີດເຫດລະເບີດໃຈກາງກົວລາລຳເປີ ມາເລເຊຍ ເຈັບນັບ 10 ຄົນ!

ລະທຶກ! ເກີດເຫດລະເບີດໃຈກາງກົວລາລຳເປີ ມາເລເຊຍ ເຈັບນັບ 10 ຄົນ!

Published on

 

EyWwB5WU57MYnKOuFHOOhoFmgfTV6y6JyTzpnl6XSBkir8YQHEEAM0

 

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 9 ຕຸລາ ຜ່ານມານີ້ວ່າ ໄດ້ເກີດເຫດຄົນຮ້າຍແກ່ວງລູກລະເບີດມື 2 ລູກ

ໂຈມຕີເຂດການຄ້າດັງໃນຈາລານ ບູກິດ ບິນຕັງ ນະຄອນຫລວງກົວລາລຳເປີ ໂດຍເຫດລະເບີດເກີດຂຶ້ນໃນຊ່ວງເຊົ້າ

ຂອງວັນພະຫັດ (9 ຕຸລາ) ທີ່ຜ່ານມາ ນອກຮ້ານບັນເທີງແຫ່ງໜຶ່ງ ໂດຍເບື້ອງຕົ້ນ ຕຳຫລວດສັນນິຖານວ່າ ເປັນຝີ

ມືຂອງກຸ່ມແກ໊ງອິດທິພົນຕໍ່ສູ້ກັນໃນເຂດດັ່ງກ່າວ ເຊິ່ງເປັນພື້ນທີ່ຕໍ່ສູ້ຍາດແຍ່ງຂອງກຸ່ມແກ໊ງອິດທິພົນ.

 

ໂດຍລາຍງານໄດ້ລະບຸວ່າ ໃນຈຳນວນຜູ້ໄດ້ຮັບບາດເຈັບ 10 ຄົນ ແມ່ນປະກອບດ້ວຍນັກທ່ອງທ່ຽວ 4 ຄົນ ໂດຍມີຄົນ

ໄທ 1 ຄົນ ຈີນ 2 ຄົນ ສິງກະໂປ 2 ຄົນ ໂດຍບາງຄົນຢູ່ໃນຮ້ານບັນເທີງດ່ັງກ່າວ ເຊິ່ງຕົກເປັນເປົ້າການໂຈມຕີຂອງຄົນ

ຮ້າຍ.  ຈາກການສອບສວນເບື້ອງຕົ້ນ ລະເບີດດັ່ງກ່າວ ແມ່ນເປັນລະເບີດຕະປູ ເຮັດໃຫ້ເກີດມີຜູ້ໄດ້ຮັບບາດເຈັບ

ຫລາຍລາຍ, ແຮງລະເບີດຍັງໄດ້ເຮັດໃຫ້ລົດຕູ້ຄັນໜຶ່ງເສຍຫາຍຢ່າງໜັກ.

 

ທັງນີ້ ເຫດລະເບີດທຳນອງນີ້ ບໍ່ຄ່ອຍເກີດຂຶ້ນໃນມາເລເຊຍ ແຕ່ຫລາຍຝ່າຍກໍໄດ້ວິຕົກກັງວົນຕໍ່ໄພຄຸກຄາມຂອງ

ກຸ່ມຕິດອາວຸດໃນມາເລເຊຍ ຫລັງຈາກທີ່ທາງການມາເລເຊຍຍອມຮັບວ່າ ມີຊາວມາເລເຊຍຫລາຍຄົນ ໄດ້ເຂົ້າຮ່ວມ

ເຮັດສົງຄາມກັບກຸ່ມ IS ໃນຊີເຣຍ ແລະ ອີຣັກ ໂດຍກ່ອນໜ້ານີ້ ເມື່ອເດືອນສິງຫາທີ່ຜ່ານມາ ຕຳຫລວດມາເລເຊຍ

ກໍໄດ້ຈັບກຸມຜຸ້ຕ້ອງສົງໄສ 19 ຄົນ ທີ່ເຊື່ອວ່າໄດ້ຮັບອິດທິພົນຈາກກຸ່ມ IS ທີ່ວາງແຜນຈະກໍ່ເຫດວິນາດສະກຳວາງ

ລະເບີດໃນມາເລເຊຍ.

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...