spot_img
Homeຂ່າວພາຍ​ໃນລະດັບ5ດາວ!ຢູເວປະທະມາດຣິດຕັດເຊືອກນັດທຳອິດ

ລະດັບ5ດາວ!ຢູເວປະທະມາດຣິດຕັດເຊືອກນັດທຳອິດ

Published on

ການແຂ່ງຂັນບານເຕະຢູຟ່າແຊ້ມປຽນລີກ ລະດູການ 2014-2015 ຮອບຮອງຊະນະເລີດນັດທຳອິດປະຈຳວັນອັງຄານທີ 5 ພຶດສະພາ 2015 ມີລົງສະໜາມຄູ່ດຽວ ພົບກັນລະຫວ່າງ ຢູເວນຕຸດ ທີມເກັ່ງຈາກ ອີຕາລີ ເປີດບ້ານພົບ ເຣອັນ ມາດຣິດ ທີມໃຫຍ່ຈາກ ສະເປນ ໃນເວລາ 01.45 ນາທີ

Real

ຢູເວນຕຸດ ຫາກໍຄວ້າແຊ້ມສູງສຸດກັນໂຊ່ ຊີຣີອາ ມາຄອງໄດ້ອີກຄັ້ງແລະເປັນອະດີດແຊ້ມລາຍການນີ້ 2 ສະໄໝມີຜົນງານຊະນະ 3 ນັດຈາກ 5 ນັດລ່າສຸດຊະນະ ເຈນົວ 1-0 ເມື່ອວັນເສົາທີ່ຜ່ານມາ ສ່ວນຜົນງານໃນຖ້ວຍໜ່ວຍນີ້ຜ່ານຮອບ 8 ທີມມາໄດ້ໂດຍການເອົາຊະນະ ໂມນາໂກ ຜ່ານສອງນັດ 1-0 ນັດນີ້ລົງຫຼີ້ນໃນຖີ່ນຕົວເອງ ມັດຊິມິເລຍ ໂນ່ ອັນເລກຣີ ຫວັງຊະນະຢ່າງດຽວເພື່ອຊິງຄວາມໄດ້ປຽບຕໍ່ການເຂົ້າຊິງຊະນະເລີດ
ເຣອັນມາດຣິດ ທີມຮອງຈ່າຝູງລາລີກ້າ ສະເປນ ເຊີ່ງເປປັນແຊ້ມເກົ່າແລະອະດີດແຊ້ມລາຍການນີ້ 10 ສະໄໝ ຊະນະໝົດທຸກນັດໃນ 5 ນັດຫຼັ້ງສຸດນັດລ່າສຸດບຸກໄປຊະນະເຊບີຢ່າ 3-2 ເຮັດໃຫ້ຊະນະຕິດຕໍ່ກັນ 7 ນັດຕິດຕໍ່ກັນໃນລີກ ສ່ວນຜົນງານໃນຖ້ວຍໜ່ວຍນີ້ຜ່ານຮອບ 8 ທີມມາໄດ້ດ້ວຍການເອົາຊະນະ ແອັດຯ ມາດຣິດ ໂດຍຄະແນນລວມ 2 ນັດ 1-0 ນັດນີ້ອອກມາເຢືອນກ່ອນ ຄາໂລ ອັນເຊລັອດຕິ ໄດ້ກັບມາຢາມບ້ານເກີດແຕ່ກໍ່ໝັ້ນໃຈວ່າຈະບໍ່ແພ້ແຖມເຊື່ອວ່າລູກທີມຈະຍິງປະຕູໄດ້ແນ່ນອນ
ສະຖິຕິພົບກັນໃນລາຍການນີ້: ຢູເວນຕຸດ ຊະນະ 7 ເຣອັນ ມາດຣິດ ຊະນະ 8 ແລະ ສະເໝີກັນ 1 ຄັ້ງ

ສະໜາມ: ຢູເວນຕຸດ ສະເຕດຽມ
ບັນຈຸຄົນໄດ້: 45,666 ບ່ອນນັ່ງ
ຜູ້ຕັດສິນ: ມາຕິນ ແອັດກິນສັນ
ເວລາເຕະ: 01.45 ນາທີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...