spot_img
Homeຂ່າວຕ່າງປະເທດລວຍທີ່ສຸດຂອງໂລກ ມີຊັບສິນຫຼາຍຮ້ອຍລ້ານຫຼຽນພ້ອມເປັນ CEO ບໍລິສັດ

ລວຍທີ່ສຸດຂອງໂລກ ມີຊັບສິນຫຼາຍຮ້ອຍລ້ານຫຼຽນພ້ອມເປັນ CEO ບໍລິສັດ

Published on

“ກຸນເທີ ທີ 4” ໝາພັນເຢຍລະມັນເຊເພິດ ອາໄສຢູ່ໃນ ໄມອາມີ, ສະຫະລັດອາເມລິກາ ເປັນໝາທີ່ລໍ້າລວຍທີ່ສຸດຂອງໂລກ ໂດຍມີຊັບສິນປະມານ 375 ລ້ານໂດລາສະຫະລັດ ໂດຍໄດ້ຮັບມໍລະດົກສືບທອດຈາກພໍ່ຂອງມັນ ເຊິ່ງເຄີຍເປັນອະດີດໝາທີ່ລວຍທີ່ສຸດຂອງໂລກ, ອາໄສຢູ່ຄະລືຫາດຫຼູ ພ້ອມເປັນຊີອີໂອ ບໍລິສັດ ກຸນເທີ ຄໍເປີເຣຊັ່ນ.

ໝາເສດຖີດັ່ງກ່າວອາໄສຢູ່ຄະລືຫາດຫຼູລາຄາ 7.5 ລ້ານໂດລາ ທີ່ຊື້ ໃນປີ 2000 ຈາກ ມາດອນນາ, ສິລະປິນຍິງລະດັບໂລກ, ມັນມີຄົນຮັບໃຊ້ ແລະຜູ້ດູແລຄວາມປອດໄພຕະຫຼອດ 24 ຊົ່ວໂມງ ພ້ອມກິນອາຫານດີໆລາຄາແພງ, ແລະຍັງມີບໍລິສັດເປັນຂອງໂຕເອງ ໂດຍພະນັກງານໃນບໍລິສັດມີໜ້າທີ່ຈັດການບໍລິຫານຊັບສິນຂອງມັນໃຫ້ອອກຜົນນຳອີກ.

“ກຸນເທີ ທີ 4” ໃຊ້ເວລາສ່ວນໃຫຍ່ຢູ່ຫ້ອງນອນ ແລະສະລອຍນໍ້າສ່ວນຕົວ ພ້ອມມັກການເດີນທາງທ່ອງທ່ຽວເປັນຊີວິດຈິດໃຈ ຂະນະທີ່ພື້ນທີ່ສ່ວນໜຶ່ງຂອງເຮືອນມັນ ແມ່ນເປີດໃຫ້ເຊົ່າສຳລັບຖ່າຍທຳໜັງ ແລະລາຍການໂທລະພາບ. ຢ່າງໃດກໍຕາມ, ເຖິງແມ່ນສັດຈະບໍ່ສາມາດເປັນເຈົ້າຂອງຊັບສິນໄດ້ໂດຍກົງ ແຕ່ມັນສາມາດເປັນເຈົ້າຂອງຊັບສິນຜ່ານກອງທຶນທຣັສສັດລ້ຽງ (Pet Trust) ທີ່ເຂົ້າມາດູແລຜົນປະໂຫຍດແທນໄດ້.

ຂໍ້ມູນຈາກ: ເວັບໄຊ Petmaya

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...