spot_img
Homeຂ່າວຕ່າງປະເທດຣັດເຊຍກຽມຈົດທະບຽນເລີ່ມໃຊ້ວັກຊີນໂຄວິດ-19 ເປັນປະເທດທຳອິດໃນໂລກ

ຣັດເຊຍກຽມຈົດທະບຽນເລີ່ມໃຊ້ວັກຊີນໂຄວິດ-19 ເປັນປະເທດທຳອິດໃນໂລກ

Published on

ເວັບໄຊຂ່າວ sanook ຣັດເຊຍວາງແຜນທີ່ຈະຈົດທະບຽນວັກຊີນຕ້ານໄວຣັດຄວິດ-19 ພາຍໃນວັນທີ 10-12 ສິງຫາ ນີ້ ເຊິ່ງອາດເຮັດໃຫ້ຣັດເຊຍເປັນປະເທດທຳອິດຂອງໂລກທີ່ອະນຸມັດຢ່າງເປັນທາງການໃຫ້ໃຊ້ວັກຊີນຕ້ານໂຄວິດ-19.

ວັກຊີນດັ່ງກ່າວເປັນການພັດທະນາໂດຍສະຖາບັນວິໄຈ Gamaleya ຂອງຣັດເຊຍ ແລະ ກອງທິນເພື່ອການລົງທຶນໂດຍຕົງຂອງຣັດເຊຍ (Russian Direct Investment Fund ຫຼື RDIF) ນັ້ນ, ອາດຈະໄດ້ຮັບອະນຸມັດໃຫ້ນຳມາໃຊ້ກັບປະຊາຊົນໄດ້ພາຍໃນໄລຍະເວລາ 3-7 ວັນຫຼັງຈາກວັກຊີນດັ່ງກ່າວໄດ້ຮັບການຈົດທະບຽນແລ້ວ.

ທ່ານນາງ ທັດຍານາ ໂກລິໂຄວາ ຮອງນາຍົກລັດຖະມົນຕີຂອງຣັດເຊຍ ເປີດເຜີຍຫຼັງປະຊຸມຮ່ວມກັນກັບປະທານາທິບໍດີວາລາດິເມຍ ປູຕິນ ເມື່ອວັນທີ 29 ກໍລະກົດ ວ່າ ວັກຊີນຂອງສະຖາບັນ Gamaleya ອາດໄດ້ຮັບການຂຶ້ນທະບຽນແບບມີເງື່ອນໄຂພາຍໃນເດືອນ ສິງຫາ ເຊິ່ງໝາຍຄວາມວ່າ ວັກຊີນນັ້ນຍັງຈຳເປັນຕ້ອງທົດສອບກັບປະຊາຊົນຈຳນວນອີກ 1,600 ຄົນ ພ້ອມກ່າວວ່າ ການຜະລິດວັກຊີນຈະເລີ່ມຕົ້ນຂຶ້ນໃນເດືອນກັນຍານີ້.

 

ຮຽບຮຽງຂ່າວ: ​ພຸດສະດີ 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...