spot_img
Homeຂ່າວຕ່າງປະເທດຢູກັນດາ ພົບຜູ້ປ່ວຍອີໂບລາລາຍທຳອິດໃນປະເທດ

ຢູກັນດາ ພົບຜູ້ປ່ວຍອີໂບລາລາຍທຳອິດໃນປະເທດ

Published on

ອົງການອະນາໄມໂລກອອກມາຢືນຢັນຢ່າງເປັນທາງການແລ້ວວ່າ ພົບຜູ້ຕິດເຊື້ອໄວຣັສມໍລະນະ “ອີໂບລາ” ລາຍທຳອິດໃນປະເທດຢູກັນດາຊຶ່ງເປັນເດັກຊາຍອາຍຸ 5 ປີທີ່ຫາກໍເດີນທາງກັບມາຈາກປະເທດຄອງໂກ (ດີອາຣຄອງໂກ) ຊຶ່ງເປັນປະເທດທີ່ກຳລັງຜະເຊີນກັບການລະບາດຄັ້ງໃຫຍ່ຂອງໄວຣັສຊະນິດນີ້.

ທັງນີ້ ຄອງໂກກຳລັງຜະເຊີນກັບການລະບາດຄັ້ງໃຫຍ່ຂອງໄວຣັສອີໂບລາ ຊຶ່ງໃນຊ່ວງ 10 ເດືອນທີ່ຜ່ານມາມີຜູ້ຕິດເຊື້ອໃນປະເທດຫຼາຍກວ່າ 2.000 ຄົນ ໃນນັ້ນ ເສຍຊີວິດແລ້ວຫຼາຍກວ່າ 1.400 ລາຍ.

ຂະນະທີ່ເດັກຊາຍທີ່ຕິດເຊື້ອລາຍທຳອິດໃນຢູກັນດາຖືກນຳສົ່ງໂຮງໝໍຫຼັງຈາກທີ່ເລີ່ມມີອາການເຈັບປ່ວຍຫຼາຍຢ່າງ ລວມທັງຮາກເປັນເລືອດ ກ່ອນທີ່ສະຖາບັນໄວຣັສຢູກັນດາ (UVRI) ຈະບົ່ງມະຕິວ່າເດັກຊາຍຕິດເຊື້ອໄວຣັສມໍລະນະແທ້.

ສ່ວນນາງ ເຈນ ຣຸທ ອາເຊັງ ລັດຖະມົນຕີສາທາລະນະສຸກຂອງຢູກັນດາ ແລະ ເຈົ້າໜ້າທີ່ຂອງອົງການອະນາໄມໂລກໄດ້ສົ່ງທີມຊ່ຽວຊານລົງພື້ນທີ່ເພື່ອລະບຸຕົວບຸກຄົນທີ່ມີຄວາມສ່ຽງຕິດເຊື້ອມໍລະນະ ລວມທັງສະມາຊິກຄອບຄົວຂອງເດັກຊາຍຊຶ່ງມີ 2 ຄົນເລີ່ມສະແດງອາການເຈັບປ່ວຍ ແຕ່ຍັງບໍ່ໄດ້ຢືນຢັນວ່າຕິດເຊື້ອອີໂບລາ ຫຼື ບໍ່?.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath.co.th

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...