spot_img
Homeຂ່າວຕ່າງປະເທດມຽນມາປະກາດໄອຍະການເສິກຫ້າມມີການຊຸມນຸມ

ມຽນມາປະກາດໄອຍະການເສິກຫ້າມມີການຊຸມນຸມ

Published on

ເມື່ອວັນທີ 8 ກຸມພາ 2020 ມຽນມາປະກາດໃຊ້ໄອຍະເສິກໃນຫຼາຍເມືອງໃຫຍ່ ໂດຍການປະກາດໄອຍະການເສິກມີຂຶ້ນຫຼັງຈາກມີການປະທ້ວງໃຫຍ່ຕໍ່ເນື່ອງເປັນເວລາ 3 ວັນ ໂດຍປະຊາຊົນເຂົາຮ່ວມການຊຸມນຸມປະທ້ວງເກີນ 5 ຄົນ ແລະ ໃຊ້ມາດຕະການເຄີຟິວຫ້າມອອກນອກເຮືອນໃນເວລາ 20:00-4:00 ໂມງ ຕາມເວລາທ້ອງຖິ່ນ.

ທັງນີ້, ພົນເອກ ມິນ ອ່ອງ ຫຼ່າຍ ຜູ້ນຳລັດຖະປະຫານຂອງມຽນມາ ອອກຖະແຫຼງການຕໍ່ປະຊາຊົນໃນໂທລະພາບເປັນຄັ້ງທຳອິດຫຼັງຈາກການຍຶດອຳນາດ ໂດຍມີການເວົ້າເຖິງການທຸຈະລິດເລືອກຕັ້ງ ຄະນະກຳມະການການເລືອກຕັ້ງບໍ່ໄດ້ກວດສອບລາຍຊື່ຜູ້ມີສິດລົງຄະແນນສຽງເລືອກຕັ້ງ, ການສັກຢາປ້ອງ ກັນພະຍາດໃຫ້ປະຊາຊົນ ການຟື້ນຟູທຸລະກິດ ແລະ ເຊື້ອເຊີນນັກລົງທືນຕ່າງປະເທດເຂົ້າມາລົງທືນໃນປະເທດມຽນມາ.

ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະເປີດສະຖານທີ່ທາງສາສະໜາ, ໂຮງຮຽນ ແລະ ການເລືອກຕັ້ງໃໝ່ ພ້ອມສົ່ງຕໍ່ອຳນາດໃຫ້ພັກທີ່ຊະນະການເລືອກຕັ້ງ ແລະ ເນັ້ນໜັກວ່າມັນຈະນຳເອົາປະຊາທິປະໄຕທີ່ແທ້ຈິງກັບຄືນສູ່ມຽນມາ ແລະ ຮຽກຮ້ອງໃຫ້ປະຊາຊົນຢ່າປະຕິບັດຕາມຄວາມຮູ້ສຶກຂອງຕົນເອງ ແຕ່ອີງໃສ່ຂໍ້ເທັດຈິງເປັນຫຼັກ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...