spot_img
Homeຂ່າວຕ່າງປະເທດມາເລເຊຍ ເຈີເສິກໜັກ ພົບຜູ້ຕິດເຊື້ອໂຄວິດ-19 ມື້ດຽວ ຫຼາຍກວ່າ 6,000 ຄົນ

ມາເລເຊຍ ເຈີເສິກໜັກ ພົບຜູ້ຕິດເຊື້ອໂຄວິດ-19 ມື້ດຽວ ຫຼາຍກວ່າ 6,000 ຄົນ

Published on

ເມື່ອວັນທີ 19 ພຶດສະພາ 2021 ທີ່ຜ່ານມາ ເວັບໄຊ້ Channelnewsasia ລາຍງານວ່າ: ມາເລເຊຍ ກຳລັງພົບກັບສະຖານະການໜັກ ຂອງການແຜ່ລະບາດ ພະຍາດໂຄວິດ-19 ສາຍພັນໃໝ່, ເຊິ່ງແຜ່ລະບາດຮ້າຍແຮງກ່ວາເກົ່າ ກະຊວງສາທາລະນະສຸກມາເລເຊຍ ຖະແຫຼງຂ່າວວ່າ: ພົບຜູ້ຕິດເຊື້ອໃໝ່ ໃນວັນທີ 19 ພຶດສະພາ 2021 ຂື້ນມາຮອດ 6,075 ຄົນ ຖືວ່າເປັນເທື່ອທຳອິດໃນມາເລເຊຍ ທີ່ພົບຜູ້ຕິດເຊື້ອໂຄວິດໃໝ່ໃນມື້ດຽວຫຼາຍກວ່າ 6000 ຄົນ ນັບຕັ້ງແຕ່ເກີດການແຜ່ລະບາດໃນປະເທດ ຫຼັງຈາກສະຖິຕິສູງສຸດໃນມາເລເຊຍເຄີຍມີຕົວເລກຜູ້ຕິດເຊື້ອໃໝ່ ພຽງ 5,728 ຄົນ ໃນວັນທີ 30 ມັງກອນ ປີ 2021.

ສຳລັບການພົບຜູ້ຕິດເຊື້ອໃໝ່ໃນມາເລເຊຍ ສ່ວນໃຫຍ່ແມ່ນ ຢູ່ເຂດພູເຂົາກຣັງ (Klang Valley) ໃນລັດສະລັງງໍ ຈຳນວນ 2,251 ຄົນ ແລະ ຢູ່ນະຄອນຫຼວງຂອງປະເທດ ຄືກົວລາລຳເປີ ເຊິ່ງພົບຜູ້ຕິດເຊື້ອໃໝ່ 660 ຄົນ ຮອງລົງມາ ຄື ລັດຍະໂຮ 699 ຄົນ, ລັດເຄດາບ 445 ຄົນ, ລັດກຣັນຕັນ 441 ຄົນ, ລັດຊາຣາວັກ 328 ຄົນ ແລະ ປີນັງ ຢູ່ທີ 183 ຄົນ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...