spot_img
Homeຂ່າວຕ່າງປະເທດມາຣົກເກີດແຜ່ນດິນໄຫວຂະໜາດ 6,8 ຣິກເຕີ ຮຸນແຮງສຸດໃນຮອບ 120 ປີ

ມາຣົກເກີດແຜ່ນດິນໄຫວຂະໜາດ 6,8 ຣິກເຕີ ຮຸນແຮງສຸດໃນຮອບ 120 ປີ

Published on

ໃນວັນທີ 8 ກັນຍາ 2023 ເກີດແຜ່ນດິນໄຫວຄັ້ງໃຫຍ່ໃນປະເທດມາຣົກ (Morocco) ໂດຍມີລາຍງານຜູ້ເສຍຊີວິດຫຼາຍກວ່າ 2.000 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ.

ທີ່ເມືອງ ມາຣາເກສ ປະເທດມາຣົກ (Morocco) ເກີດແຜ່ນດິນໄຫວຂະໜາດ 6,8 ຣິກເຕີ ຖືໄດ້ວ່າເປັນແຜ່ນດິນໄຫວທີ່ຮຸນແຮງສຸດໃນຮອບ 120 ປີ ພ້ອມຍັງເກີດມີແຜ່ນດິນໄຫວອີກໃນບໍ່ເທົ່າໃດຊົ່ວໂມງຕໍ່ມາ ແລະ ຄາດວ່າຈະມີແຜ່ນດິນໄຫວອີກຫຼາຍມື້ຕໍ່ໜ້າ ສົ່ງຜົນໃຫ້ປະຊາຊົນຢູ່ໃນຄວາມສ່ຽງຫຼາຍຂຶ້ນ.

ໃນເຫດແຜ່ນດິນໄຫວໃນຄັ້ງນີ້ ຫຼາຍປະເທດທົ່ວໂລກໄດ້ສະເໜີການຊ່ວຍເຫຼືອເຂົ້າມາໃນປະເທດມາຣົກ ແຕ່ກໍຍັງບໍ່ມີຊັດເຈນວ່າຄວາມຊ່ວຍເຫຼືອນັ້ນໄດ້ສົ່ງເຖິງຜູ້ທີ່ຕ້ອງການຊ່ວຍເຫຼືອໜ້ອຍຫຼາຍປານໃດ.

ປັດຈຸບັນ ຍອດຜູ້ເສຍຊີວິດໄດ້ເພີ່ມຂຶ້ນເປັນ 2.122 ຄົນໃນຕອນສວຍຂອງວັນອາທິດ ແລະ ມີຜູ້ບາດເຈັບອີກ 2.421 ຄົນ ນອກນີ້ ຍັງຄາດວ່າຈຳນວນຜູ້ເສຍຊີວິດຍັງຈະເພີ່ມຂຶ້ນອີກ.

ແຫຼ່ງຂ່າວ CNN

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...