spot_img
Homeຂ່າວທ້ອງຖິ່ນມອບໄຟເຍືອງທາງ ແລະ ງົບຄ່າໄຟຟ້າສາທາລະນະໃຫ້ຫ້ອງການ ຄບຕ ບໍລິຫານ

ມອບໄຟເຍືອງທາງ ແລະ ງົບຄ່າໄຟຟ້າສາທາລະນະໃຫ້ຫ້ອງການ ຄບຕ ບໍລິຫານ

Published on

ບັນຫາໄຟຟ້າສາທາລະນະ ໂດຍສະເພາະໄຟເຍືອງທາງຢູ່ນະຄອນຫຼວງວຽງຈັນຜ່ານມາແມ່ນ ເປັນບັນ ຫາຄຸມເຄືອກ່ຽວເນື່ອງກັບຫຼາຍພາກສ່ວນ.

ໜັງສືພິມເສດຖະກິດ-ການຄ້າ ລາຍງານວ່າ ວັນທີ 17 ກັນຍາ 2020 ຢູ່ທີ່ສໍານັກງານໃຫຍ່ ຝ່າຍປະຕິ ບັດການໄຟຟ້ານະຄອນຫຼວງ (ບ້ານໜອງບຶກ) ຈິ່ງໄດ້ມີພິທີມອບ-ຮັບການຄຸ້ມຄອງ ສ້ອມແປງ ປົກປັກຮັກສາລະບົບໄຟເຍືອງທາງ ແລະ ໄຟອໍານາດ ໃນນະຄອນຫຼວງວຽງຈັນ ໃຫ້ຫ້ອງການຄຸ້ມຄອງ ແລະບໍລິ ຫານຕົວເມືອງວຽງຈັນ(ຄບຕ) ເປັນຜູ້ຮັບຜິດຊອບຢ່າງເປັນທາງການ ລະຫວ່າງ ທ່ານ ຈັນສົມ ພິລາລົມ ຮອງຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ແລະ ທ່ານ ບຸນຈັນ ແກ້ວສີທໍາມະ ຫົວ ໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ມີທ່ານ ຊົງເລົາ ຢົງນູ ຫົວໜ້າພະແນກພະລັງ ງານ ແລະ ບໍ່ແຮ່ ນະຄອນຫຼວງ ເຂົ້າຮ່ວມເປັນສັກຂີພະຍານ.

ໄຟເຍືອງທາງ ແລະ ໄຟອໍານາດໃນນະຄອນຫຼວງທັງໝົດ ແມ່ນມອບໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິ ການຕົວເມືອງວຽງຈັນ ເປັນຜູ້ຄຸ້ມຄອງ ສ້ອມແປງ ຕິດຕັ້ງ ແລະ ປົກປັກຮັກສາໃນນັ້ນມີ: ເສັ້ນທາງທີ່ຕິດຕັ້ງໄຟ 109 ເສັ້ນທາງ, ເສົາໄຟເຍືອງທາງຖາວອນ 6.219 ຕົ້ນ, ດອກໄຟເຍືອງທາງ 10.506 ດອກ, ຕູ້ຄວບຄຸມໄຟ 338 ໜ່ວຍ, ໝໍ້ນັບໄຟ 382 ໜ່ວຍ, ໝໍ້ແປງໄຟຟ້າ 44 ໜ່ວຍ, ລະບົບໄຟອໍານາດ 39 ຈຸດ.

ເຊັ່ນດຽວກັນກັບດ້ານງົບປະມານຄ່າກະແສໄຟຟ້າສາທາລະນະ ແມ່ນມອບໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນເປັນຜູ້ຮັບຜິດຊອບເລີ່ມ ເດືອນກໍລະກົດ 2020 ເປັນຕົ້ນໄປ ແລະ ລັດວິສາ ຫະກິດໄຟຟ້າລາວ ຈະຊ່ວຍໃຫ້ຄໍາແນະນໍາດ້ານເຕັກນິກ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...