spot_img
Homeຂ່າວຕ່າງປະເທດພົບ 5 ພັນລ້ານຄົນທົ່ວໂລກສ່ຽງເປັນໂຣກຫົວໃຈເພີ່ມຂຶ້ນຈາກໄຂມັນທຣານສ໌

ພົບ 5 ພັນລ້ານຄົນທົ່ວໂລກສ່ຽງເປັນໂຣກຫົວໃຈເພີ່ມຂຶ້ນຈາກໄຂມັນທຣານສ໌

Published on

ອົງການອະນາໄມໂລກອອກມາຮຽກຮ້ອງໃຫ້ທົ່ວໂລກຢຸດການນຳໃຊ້ໄຂມັນທຣານສ໌ ໃນອຸດສາຫະກຳອາຫານພາຍໃນປີນີ້ ເນື່ອງຈາກ 5 ພັນລ້ານຄົນມີຄວາມສ່ຽງທີ່ຈະເປັນໂຣກຫົວໃຈເພີ່ມຂຶ້ນຈາກໄຂມັນທຣານສ໌.

ອົງການອະນາໄມໂລກ (WHO) ເປີດເຜີຍວ່າ ປະຊາກອນ 5 ພັນລາ້ນຄົນທົ່ວໂລກ ມີຄວາມສ່ຽງເປັນໂຣກຫົວໃຈເພີ່ມຫຼາຍຂຶ້ນຈາກໄຂມັນທຣານສ໌ ພ້ອມທັງຮຽກຮ້ອງໃຫ້ປະເທດຕ່າງໆໃສ່ໃຈກ່ຽວກັບບັນຫາສຸຂະພາບນີ້ໃຫ້ຫຼາຍຂຶ້ນ.

ໂດຍກ່ອນໜ້ານີ້ໃນປີ 2018 ອົງການປະນາໄມໂລກ ໄດ້ຮຽກຮ້ອງໃຫ້ກຳຈັດໄຂມັນທຣານສ໌ໃຫ້ໝົດໄປຈາກອຸດສາຫະກຳອາຫານໂລກພາຍໃນປີ 2023 ເນື່ອງຈາກມີຫຼັກຖານຢັ້ງຢືນວ່າ ໄຂມັນທຣານສ໌ເປັນສາເຫດການຂອງເສຍຊີວິດກ່ອນໄວອັນຄວນ ຂອງປະຊາກອນປະມານ 500.000 ຄົນໃນທຸກໆປີ.

ຜູ້ອຳນວຍການອົງການອະນາໄມໂລກລະບຸວ່າ ໄຂມັນທຣານສ໌ແມ່ນສານເຄມີເປັນພິດທີ່ເປັນອັນຕະລາຍເຖິງຊີວິດ ແລະ ມັນບໍ່ຄວນຢູ່ໃນອາຫານ.

ພົບວ່າມີ 60 ປະເທດທົ່ວໂລກທີ່ມີນະໂຍບາຍກຳຈັດໄຂມັນທຣານສ໌ຄວບຄຸມປະຊາກອນ 3.400 ລ້ານຄົນ ແລະ ໃນຈຳນວນດັ່ງກ່າວມີ 43 ປະເທດທົ່ວໂລກ ມີປະຊາກອນລວມ 2.800 ລ້ານຄົນ ທີ່ມີການບັງຄັບໃຊ້ນະໂຍບາຍໃນເລື່ອງດັ່ງກ່າວຢ່າງດີ ສ່ວນໃຫຍ່ຢູ່ໃນໂຊນເອີຣົບ ແລະ ອາເມຣິກາ.

ແຕ່ຍັງມີປະຊາກອນອີກ 5 ພັນລ້ານຄົນໃນຫຼາຍປະເທດ ທີ່ບໍ່ມີກົດໝາຍ ຫຼື ນະໂຍບາຍປົກປ້ອງປະຊາຊົນຈາກໄຂມັນທຣານສ໌.

ລາຍງານລະບຸວ່າ ມີ 16 ປະເທດ ທີ່ມີອັດຕາການເສຍຊີວິດການໂຣກຫົວໃຈທີ່ຄາດວ່າເກີດຈາກໄຂມັນທຣານສ໌ ແລະ ມີ 9 ປະເທດທີ່ບໍ່ມີນະໂຍບາຍເລື່ອງໄຂມັນທຣານສ໌ຢ່າງຈິງຈັງເຊັ່ນ ອົດສະຕຣາລີ ອາເຊີໄບຈານ ພູຖານ ເອກວາດໍ ເອຢິບ ອີຣານ ເນປານ ປາກິດສະຖານ ແລະ ເກົາຫຼີໃຕ້.

ແຫຼ່ງຂ່າວ The Star

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...