spot_img
Homeຂ່າວຕ່າງປະເທດພົບແລ້ວ 168 ສົບ! ຫຼັງກູ້ໄພເລັ່ງຄົນຫາສົບຜູ້ເສຍຊີວິດຈາກເໝືອງຫຍົກມຽນມາຖະລົ່ມ

ພົບແລ້ວ 168 ສົບ! ຫຼັງກູ້ໄພເລັ່ງຄົນຫາສົບຜູ້ເສຍຊີວິດຈາກເໝືອງຫຍົກມຽນມາຖະລົ່ມ

Published on

ການລາຍງານຈາກຊາຍແດນໄທ-ມຽນມາ ໄດ້ເກີດເຫດການເໝືອງຫຍົກຖະລົ່ມທີ່ບໍລິເວນເມືອງ ພະການ ຫ່າງຈາກເມືອງ ມິຈິນາ ໄປທາງທິດຕະເວັນຕົກຂອງລັດຄະສິ່ນ ປະເທດມຽນມາ ໃນວັນທີ 2 ກໍລະກົດ 2020 ເຊິ່ງສາເຫດເກີດມາຈາກຝົນຕົກໜັກເຮັດໃຫ້ດິນພູເຂົາຂະໜາດມະຫຶມາຖະລົ່ມຕົກລົງໃນໜອງນໍ້າກາງພູເຂົາ ເຮັດໃຫ້ເກີດຄື້ນສິນາມິໂຄນຕົມຂະໜາດຍັກ ພັດຖະລົ່ມກຳມະກອນເໝືອງຫຼາຍຮ້ອຍຄົນທີ່ກຳລັງຄົ້ນຫາຫີນຫຍົກຢູ່ດ້ານລຸ່ມ ຈົນສົ່ງຜົນໃຫ້ມີຜູ້ເສຍຊີວິດ ປະມານ 200 ຄົນ ເຊິ່ງເປັນແຮງງານໄວໜຸ່ມອາຍຸສະເລ່ຍປະມານ 18-30 ປີ.

ເວັບໄຊ sanook ລາຍງານຫຼຸ້າສຸດວ່າ ໜ່ວຍກູ້ໄພຂອງມຽນມາ ໄດ້ເຮັດການຄົ້ນຫາຮ່າງຜູ້ເສຍຊີວິດໄດ້ແລ້ວ 168 ຄົນ ມີຜູ້ບາດ ເຈັບ 54 ຄົນ ເຊິ່ງຖືກນຳຕົວສົ່ງໄປໂຮງໝໍໃນພື້ນທີ່ແລ້ວ. ສ່ວນສົບທີ່ກູ້ຂຶ້ນມາໄດ້ນັ້ນແມ່ນໄດ້ລຳລຽງຮ່າງຜູ້ເສຍຊີວິດໄປໄວ້ທີ່ສາລາປະຈຳໝູ່ບ້ານ ທ່າມກາງເສຍຮ້ອງໄຫ້ຂອງບັນດາຍາດພີ່ນ້ອງຜູ້ເສຍຊີວິດ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...