spot_img
Homeຂ່າວພາຍ​ໃນພິທີປະດັບຫລຽນໄຊ, ຫລຽນກາມິດຕະພາບ ສສ ຫວຽດນາມ ໃຫ້ແກ່ກົມກອງລວມຫມູ່ ແລະ ບຸກຄົນໃນແຂວງຈຳປາສັກ

ພິທີປະດັບຫລຽນໄຊ, ຫລຽນກາມິດຕະພາບ ສສ ຫວຽດນາມ ໃຫ້ແກ່ກົມກອງລວມຫມູ່ ແລະ ບຸກຄົນໃນແຂວງຈຳປາສັກ

Published on

wed4sep8

ວັນທີ 30 ສິງຫາ 2013 ຜ່ານມາ ຢູ່ກອງບັນຊາການ ທະຫານແຂວງຈຳປາສັກ ໄດ້ ຈັດພິທີປະດັບຫລຽນໄຊ, ຫລຽນກາ ມິດຕະພາບ ສສ ຫວຽດນາມ ໂດຍການເປັນປະທານຂອງ ສະຫາຍສົມສະນິດ ບຸດຕິວົງ, ຮອງເຈົ້າແຂວງ, ປະທານຄະ ນະປະຕິບັດງານພິເສດແຂວງ ຈຳປາສັກ, ມີຄະນະພັກ ອຳ ນາດການປົກຄອງ, ກຳລັງປະ ກອບອາວຸດ ແລະ ປະຊາຊົນ ບັນດາເຜົ່າແຂວງຈຳປາສັກ ແລະ ຕົວແທນຈາກກົງສູນ ໃຫຍ່ແຫ່ງ   ສສ   ຫວຽດນາມປະຈຳ 4 ແຂວງພາກໃຕ້ ພ້ອມຄະນະພັກ-ຄະນະບັນ ຊາ 4 ຫ້ອງອ້ອມຂ້າງກອງບັນ ຊາການທະຫານແຂວງຈຳປາ ສັກເຂົ້າຮ່ວມ.

ໂອກາດນີ້ສະຫາຍພັນໂທ ບຸນມາກ ວິລະວົງ, ຮອງເລຂາ ຄະນະພັກ, ຫົວຫນ້າການ ເມືອງກອງບັນຊາການທະ ຫານແຂວງຈຳປາສັກ, ໄດ້ ຜ່ານບົດສະຫລຸບການຂຸດຄົ້ນ ຊອກຫາອັດຖິທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດ ນາມ ທີ່ສະຫລະຊີວິດໃນປາງ ສົງຄາມຢູ່ 4 ແຂວງພາກໃຕ້ ສົກປີ 2012-2013 ຜ່ານມາ ການປະສານສົມທົບຮ່ວມມື ຊອກຫາລະຫວ່າງຄະນະ ປະຕິບັດງານພິເສດແຂວງຈຳ ປາສັກ ແລະ ເຊກອງ, ອັດຕະ ປື ກັບຄະນະປະຕິບັດງານພິ ເສດ K53. ຈາກນັ້ນກໍ່ໄດ້ມີ ພິທີຍ້ອງຍໍປະດັນຫລຽນໄຊ, ຫລຽນກາມິດຕະພາບຂອງລັດ ຖະບານ ສສ ຫວຽດນາມໃຫ້ ແກ່ກົມກອງລວມຫມູ່ ແລະ ບຸກຄົນໃນແຂວງຈຳປາສັກ ທີ່ ມີຜົນງານດີເດັ່ນໃນການປະ ກອບສ່ວນເຂົ້າໃນວຽກງານ ຂຸດຄົ້ນອັດຖິທະຫານອາສາ ສະຫມັກ ແລະ ຊ່ຽວຊານ ຫວຽດນາມໃນປາງສົງຄາມ, ເຊິ່ງມີກົມກອງລວມຫມູ່ 3 ກົມກອງຄື: ກອງບັນຊາການ ທະຫານແຂວງຈຳປາສັກ, ພະ ແນກແຮງງານ ແລະ ສະຫວັດ ດີການສັງຄົມແຂວງຈຳປາ ສັກ, ກອງບັນຊາການທະຫານ ເມືອງປາກຊ່ອງແຂວງຈຳປາ ສັກ, ສຳລັບບຸກຄົນລວມມີ 10 ສະຫາຍໄດ້ຮັບຫລຽນໄຊມິດ ຕະພາບ, ມີ 25 ສະຫາຍໄດ້ ຮັບຫລຽນກາມິດຕະພາບ ແລະ 8 ສະຫາຍໄດ້ຮັບໃບ ຍ້ອງຍໍລັດຖະບານ. ໃຫ້ກຽດ ປະດັບຫລຽນດັ່ງກ່າວໂດຍ ແມ່ນສະຫາຍບຸຍວັນຖຸຍ ຮອງ ກົງສູນໃຫຍ່ແຫ່ງ ສສ ຫວຽດ ນາມ ປະຈຳ 4 ແຂວງພາກ ໃຕ້ ແລະ ມອບໃບຍ້ອງຍໍໂດຍ ແມ່ນສະຫາຍສົມສະນິດ ບຸດ ຕິວົງ, ຮອງເຈົ້າແຂວງ, ປະ ທານຄະນະປະຕິບັດງານພິ ເສດແຂວງຈຳປາສັກ ພ້ອມ ດ້ວຍສະຫາຍພັນໂທບຸນມາກ ວິລະວົງ ຮອງເລຂາຄະນະ ພັກ, ຫົວຫນ້າການເມືອງກອງ ບັນຊາການທະຫານແຂວງ ຈຳປາສັກ ໄດ້ຂື້ນມອບຢ່າງ ສົມກຽດ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...