spot_img
Homeຂ່າວຕ່າງປະເທດພາຍຸເຂດຮ້ອນທາລາສ ພັດຊາຍຝັ່ງພາກກາງຫວຽດນາມ ເຮືອຫລາຍສິບລຳຈົມ ມີຜູ້ສູນຫາຍ 13 ຄົນ

ພາຍຸເຂດຮ້ອນທາລາສ ພັດຊາຍຝັ່ງພາກກາງຫວຽດນາມ ເຮືອຫລາຍສິບລຳຈົມ ມີຜູ້ສູນຫາຍ 13 ຄົນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ກໍລະກົດນີ້ວ່າ ພາຍຸເຂດຮ້ອນທາລາສ ຊຶ່ງພັດເຂົ້າຊາຍຝັ່ງພາກກາງຂອງຫວຽດນາມ ເມື່ອຕອນເຊົ້າຂອງວັນຈັນທີ 17 ກໍລະກົດຜ່ານມານີ້ ໄດ້ສ້າງຄວາມເສຍຫາຍມະຫາສານຢູ່ຫລາຍແຂວງ ເປັນຕົ້ນແມ່ນແຂວງຮາຕິ່ງ, ແທັງຮວ່າ, ເຫງະອານ, ກວາງບິ່ງ ແລະ ແຂວງເທືອທຽນເຫວ້ ໂດຍປັດຈຸບັນມີລາຍງານວ່າ ພົບຜູ້ເສຍຊີວິດແລ້ວ 1 ຄົນ, ບາດເຈັບອີກຫລາຍຄົນ, ຍັງມີຜູ້ສູນຫາຍອີກຢ່າງໜ້ອຍ 13 ຄົນ, ເຮືອຂະໜາດໃຫຍ່ນ້ອຍຫລາຍສິບລຳ ຖືກລົມພາຍຸພັດຈົມ ຫລື ພັດຂຶ້ນມາຄ້າງນ້ຳຕື້ນ, ເຮືອນຊານປະຊາຊົນ ເສຍຫາຍຫລາຍກວ່າ 5,000​ ຫລັງຄາ ແລະ ພືດສວນເສຍຫາຍອີກຫລາຍຮ້ອຍເຮັກຕາ.

ແຮງພາຍຸເຂດຮ້ອນດັ່ງກ່າວນີ້ ຍັງສົ່ງຜົນກະຈາຍໄປຍັງບັນດາແຂວງທາງພາກເໜືອອີກເຊັ່ນ ແຂວງກວາງນິງ, ນະຄອນຮາຍຟອງ, ແຂວງຖ້າຍບິ່ງ, ນາມດິ່ງ ແລະ ແຂວງນິ່ງບິ່ງ ຊຶ່ງມີຝົນຕົກຟ້າຄະນອງຢ່າງໜັກໃນຫລາຍພື້ນທີ່.

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...