spot_img
Homeຂ່າວພາຍ​ໃນພະຍຸເຂດເຂດຮ້ອນໂກນເຊີນເຂົ້າສາລະວັນ ຂ້າຊີວິດປະຊາຊົນບ້ານໂພນໃຜ່ 1 ລາຍ

ພະຍຸເຂດເຂດຮ້ອນໂກນເຊີນເຂົ້າສາລະວັນ ຂ້າຊີວິດປະຊາຊົນບ້ານໂພນໃຜ່ 1 ລາຍ

Published on

ພະຍຸເຂດເຂດຮ້ອນໂກນເຊີນໄດ້ພັດຖະຫຼົ່ມເຂົ້າຫຼາຍໝູ່ບ້ານໃນບັນດາແຂວງພາກໃຕ້ຂອງລາວ ໃນຊ່ວງຕອນແລງຂອງວັນທີ 11 ກັນຍາຜ່ານມາ. ໃນນັ້ນ, ບ້ານໂພນໃຜ່, ເມືອງ ແລະ ແຂວງສາລະວັນ ໄດ້ຮັບຜົນກະທົບໜັກພໍສົມຄວນ ເຮັດໃຫ້ປະຊາຊົນ 139 ຄົນຂາດທີ່ຢູ່ອາໄສ, ຂະນະທີ່ມີຜູ້ເສຍຊີວິດ 1 ລາຍ ແລະ ບາດເຈັບສາຫັດ 2 ຄົນ.

ຕາມການລາຍງານຈາກວິທະຍຸກະຈາຍສຽງແຫ່ງຊາດລາວ ຮູ້ວ່າ: ພະຍຸເຂດເຂດຮ້ອນໂກນເຊີນໄດ້ພັດຖະຫຼົ່ມເຂົ້າບ້ານເຮືອນປະຊາຊົນບ້ານໂພນໃຜ່ ເຮັດໃຫ້ມີເຮືອນລົ້ມ, ຫຼັງຄາເລີກ ຈຳນວນ 75 ຫຼັງ ໃນນັ້ນເສຍຫາຍໜັກ 20 ຫຼັງຄາເຮືອນ, ເສຍຫາຍປານກາງ 45 ຫຼັງຄາເຮືອນ ແລະ ເສຍຫາຍເລັກນ້ອຍ 10 ຫຼັງຄາເຮືອນ, ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ເພດຍິງ ອາຍຸ 50 ກວ່າປີ, ບາດເຈັບສາຫັດ 02 ຄົນ ແລະ ບາດເລັກນ້ອຍ 06 ຄົນ ແລະ ປະຈຸບັນລວມ 139 ຄົນ ຂາດທີ່ຢູ່ອາໄສ.

ອຳນາດການປົກຄອງແຂວງ ແລະ ເມືອງ ໄດ້ມີການຄົ້ນຄ້ວາ, ແຕ່ງຕັ້ງຄະນະຮັບຜິດຊອບລົງຊ່ວຍເຫຼືອພໍ່ແມ່ປະຊາຊົນ, ຈັດຫາທີ່ພັກພາອາໄສເປັນການຊົ່ວຄາວ ແລະຈັດວາງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຂົ້າຊ່ວຍເຫຼືອສ້ອມແປງເຮືອນໃຫ້ພໍ່ແມ່ປະຊາຊົນຢ່າງຮີບດ່ວນ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...