spot_img
Homeຂ່າວຕ່າງປະເທດຝົນຖະຫຼົ່ມໜັກ! ພາກຕາເວັນຕົກສ່ຽງໃຕ້ຂອງຈີນ

ຝົນຖະຫຼົ່ມໜັກ! ພາກຕາເວັນຕົກສ່ຽງໃຕ້ຂອງຈີນ

Published on

ອີງຕາມການລາຍງານສຳນັກຂ່າວຊິນຫົວ ລາຍງານໃນວັນທີ 5 ກໍລະກົດ  2023 ຜ່ານມານີ້ວ່າ: ຝົນທີ່ຕົກຮອບຫຼ້າສຸດໃນເຂດເທດສະບານຄອງຊົົງຊິງ ທາງຕາເວັນຕົກສ່ຽງໃຕ້ຂອງປະເທດຈີນ ສົ່ງຜົນກະທົບໃນການໃຊ້ຊີວິດຂອງປະຊາຊົນຫຼາຍກວ່າ 130,000 ຄົນໃນ 19 ເຂດ ແລະ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 15 ຄົນ ແລະ ຫາຍສາບສູນອີກ 4 ຄົນ.

ທາງການຈີນໄດ້ອອກມາປະກາດເຕືອນໄພທີ່ຈະເກີດຂຶ້ນຈາກຝົນຕົກໜັກໃນພື້ນທີ່ພາກກາງ ແລະ ພາກຕາເວັນຕົກສ່ຽງໃຕ້ຂອງປະເທດ ນອກຈາກນີ້ ຂົວທາງລົດໄຟນອກຂອງນະຄອນຊົງຊິງ ຖືກລະງັບໃຊ້ໄປກ່ອນໜ້ານີ້ ໄດ້ເປ່ເພເນື່ອງຈາກໄດ້ຖືກນໍ້າໄຫຼລົງມາຈາກພູ.

ສຳນັກຂ່າວຊິນຫົວ ລາຍງານຕື່ມອີກວ່າ: ໃນເຂດເຊສວນ ມິຜູ້ໄດ້ຮັບຜົນກະທົບຈາກຝົນທີ່ຕົກໜັກຫຼາຍກວ່າ 460,000 ຄົນ ນັບຕັ້ງແຕ່ເຈົ້າສູ່ເດືອນກໍລະກົດ ແລະ ມີປະຊາຊົນຕ້ອງອົບພະຍົບອອກຈາກບ້ານອີກປະມານ 85,000 ຄົນ ໂດຍຄາດວ່າໃນອາທິດນີ້ ຈະມີນ້ຳໄຫຼຈາກພູເຂົາ ແລະ ມີເຫດດິນຖະຫຼົ່ມ ເກີດຂຶ້ນໃນບາງພ້ນທີ່ຂອງປະເທດ.

ທັງນີ້ເຫດນ້ຳຖ້ວມເກີດຂຶ້ນໃນຂະນະທີ່ຫຼາຍພື້ນທີ່ຂອງຈີນກຳລັງພົບກັບຄື້ນຄວາມຮ້ອນຮຸນແຮງທຸບສະຖິຕິ ໂດຍກົມອຸຕຸນິຍົມວິທະຍາແຫ່ງຊາດເພື່ອເຕືອນປະຊາຊົນຊາວປັກກິ່ງ ແລະ ພື້ນທີ່ອ້ອມຂ້າງໃຫ້ຢູ່ໃນແຕ່ບ່ອນຮົ່ມ ເນື່ອງຈາກອຸນນຫະພູມຈະເພີ່ມຂຶ້ນສູງເຖິງ 35 ອົງສາ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...