spot_img
Homeຂ່າວພາຍ​ໃນຜູ້ປະສົບໄພຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກຈະໄດ້ເຮືອນຢູ່ຖາວອນໃນທ້າຍປີນີ້

ຜູ້ປະສົບໄພຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກຈະໄດ້ເຮືອນຢູ່ຖາວອນໃນທ້າຍປີນີ້

Published on

ຜູ້ປະສົບໄພຈາກເຫດການສັນເຂື່ອນອ່າງເກັບນໍ້າສໍາຮອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ທີ່ເມືອງສະໜາມໄຊ, ແຂວງອັດຕະປື ຈະໄດ້ເຮືອນຢູ່ຖາວອນໝົດທຸກຄົນໃນທ້າຍປີນີ້, ຂະນະທີ່ປັດຈຸບັນ ການກໍ່ສ້າງເຮືອນຈຳນວນດັ່ງກ່າວສຳເລັດແລ້ວ 65%.

ທ່ານ ລັດຕະນະພອນ ເທບສຸວັນ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງອັດຕະປື, ທັງເປັນຄະນະຮັບຜິດຊອບການກໍ່ສ້າງພື້ນຖານໂຄງລ່າງໃຫ້ປະຊາຊົນທີ່ປະສົບໄພກ່າວວ່າ: ຈຳນວນເຮືອນຢູ່ຖາວອນທີ່ກໍ່ສ້າງມີທັງໝົດ 802 ຫຼັງ, ໃນນີ້ ເປັນທຶນຊ່ວຍເຫຼືອຈາກລັດຖະບານຍິ່ປຸ່ນ 66 ຫຼັງ ແລະ ລັດຖະບານໄທ 45 ຫຼັງ ໄດ້ກໍ່ສ້າງສໍາເລັດແລ້ວ. ສ່ວນອີກ 700 ຫຼັງແມ່ນທຶນຂອງບໍລິສັດທີ່ພັດທະນາໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ຈຳນວນ 24,5 ລ້ານໂດລາສະຫະລັດ, ເລີ່ມລົງມືກໍ່ສ້າງໃນຕົ້ນປີ 2020 ເປັນຕົ້ນມາ, ຮອດປັດຈຸບັນ ການກໍ່ສ້າງໂດຍລວມສໍາເລັດແລ້ວ 65% ໃນນີ້ ມີປະຊາຊົນໄດ້ຂຶ້ນຢູ່ແລ້ວ 182 ຄອບຄົວ, ສ່ວນທີ່ເຫຼືອຈະສືບຕໍ່ໃຫ້ປະຊາຊົນໄດ້ເຂົ້າຢູ່ເປັນແຕ່ລະໄລຍະຈົນເຖິງທ້າຍປີນີ້.

ທ່ານ ລັດຕະນະພອນ ເທບສຸວັນ ກ່າວຕື່ມວ່າ: ການກໍ່ສ້າງເຮືອນຢູ່ຖາວອນໃຫ້ປະຊາຊົນທີ່ປະສົບໄພ ພົບຄວາມຫຍຸ້ງຍາກສົມຄວນ ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການນໍາເຂົ້າອຸປະກອນກໍ່ສ້າງ ແລະ ແຮງງານຂອງບໍລິສັດຮັບເໝົາກໍ່ສ້າງບໍ່ສະດວກເທົ່າທີ່ຄວນ. ແນວໃດກໍ່ຕາມ, ຄະນະຮັບຜິດຊອບໂຄງການການກໍ່ສ້າງພື້ນຖານໂຄງລ່າງໝັ້ນໃຈວ່າ ໃນທ້າຍປີ 2021 ນີ້, ການກໍ່ສ້າງດັ່ງກ່າວຈະສໍາເລັດແນ່ນອນ.

ສໍາລັບການກໍ່ສ້າງເຮືອນຢູ່ຖາວອນໃຫ້ປະຊາຊົນທີ່ປະສົບໄພຈາກເຫດການສັນເຂື່ອນອ່າງເກັບນໍ້າສໍາຮອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ແບ່ງ ອອກເປັນ 4 ປະເພດ ຄື: ເຮືອນກໍ່ສອງຊັ້ນ, ເຮືອນກໍ່ຊັ້ນລຸ່ມ ແລະ ຊັ້ນເທິງໄມ້, ເຮືອນກໍ່ຊັ້ນດຽວ ແລະ ເຮືອນມີກ້ອງລ່າງ ໂດຍມີການຈັດແບ່ງໃຫ້ປະຊາຊົນເຊິ່ງອີງຕາມຜົນເສຍຫາຍ ຫຼື ຖານະແຕ່ລະຄອບຄົວທີ່ໄດ້ຮັບຜົນກະທົບຕົວຈິງ.

ຂໍ້ມູນຈາກ: Lao National Radio 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...