spot_img
Homeຂ່າວຕ່າງປະເທດຜູ້ນຳອິນໂດເນເຊຍຮຽກຮ້ອງໃຫ້ຈັດກອງປະຊຸມສດຍອດອາຊຽນເພື່ອແກ້ໄຂວິກິດການໃນມຽນມາ

ຜູ້ນຳອິນໂດເນເຊຍຮຽກຮ້ອງໃຫ້ຈັດກອງປະຊຸມສດຍອດອາຊຽນເພື່ອແກ້ໄຂວິກິດການໃນມຽນມາ

Published on

ທ່ານ ໂຈໂຄ ວິໂດໂດ, ປະທານາທິບໍດີອິນໂດເນເຊຍ ໄດ້ຮຽກຮ້ອງໃນວັນສຸກ (19 ມີນາ) ເພື່ອຈັດຕັ້ງບັນດາຜູ້ນຳສະມາຄົມອາຊຽນເພື່ອສົນທະນາກ່ຽວກັບການແກ້ໄຂວິກິດການໃນມຽນມາ.

ທ່ານ ໂຈໂຄ ວິໂດໂດ ຍັງຮຽກຮ້ອງໃຫ້ມຽນມາກັບຄືນສູ່ປະຊາທິປະໄຕແລະຟື້ນຟູສະຖຽນລະພາບໃນປະເທດ ແລະ ທີ່ສຳຄັນຕ້ອງຢຸດຄວາມຮຸນແຮງທັນທີ. ຜູ້ນຳອິນໂດເນເຊຍຍັງກ່າວວ່າທ່ານຈະປຶກສາຫາລືກັບກະສັດ Hassanal Bogeyah ແຫ່ງບຣູໄນເຊິ່ງປະຈຸບັນເປັນປະທານອາຊຽນ ເພື່ອປຶກສາຫາລືຄວາມເປັນໄປໄດ້ໃນການຈັດກອງປະຊຸມສຸດຍອດອາຊຽນ.

ວັນທີ 2 ມີນາ ທີ່ຜ່ານມາ, ລັດຖະມົນຕີຕ່າງປະເທດອາຊຽນໄດ້ໂອ້ລົມທາງອິນເຕີເນັດ, ເຊິ່ງຜູ້ຕາງໜ້າມຽນມາທ່ານ Wanna Haemalun, ມຽນມາແຕ່ງຕັ້ງພາຍຫຼັງເກີດລັດຖະປະຫານ, ກໍ່ໄດ້ເຂົ້າຮ່ວມກອງປະຊຸມກອງປະຊຸມໄດ້ຮຽກຮ້ອງໃຫ້ກອງທັບມຽນມາຢຸດການໃຊ້ຄວາມຮຸນແຮງ ແລະ ເຄົາລົບຄວາມຕ້ອງການຂອງປະຊາຊົນ.

ສະມາຄົມຊ່ວຍເຫຼືອນັກໂທດການເມືອງເປີດເຜີຍວ່າ: ໃນຫຼາຍອາທິດຜ່ານມາ, ມີຜູ້ປະທ້ວງເສຍຊີວິດ 224 ຄົນຍ້ອນການຍຸບເລີກການປະທ້ວງຫຼັງຈາກການກໍ່ລັດຖະປະຫານຢູ່ມຽນມາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...