spot_img
Homeປ່ອງຢ້ຽມດວງດາວປ່ອງຢ້ຽມດວງດາວ! ສຸດຍອດພາບຖ່າຍ ລະບົບສຸລິຍະ(4)

ປ່ອງຢ້ຽມດວງດາວ! ສຸດຍອດພາບຖ່າຍ ລະບົບສຸລິຍະ(4)

Published on

 

laopost-satB1

ກຽວຄື້ນແມ່ເຫຼັກເທິງຕາເວັນ ຖ່າຍໂດຍຍານສໍາຫຼວດ Solar Dynamics Observatory (SDO) ເມື່ອວັນທີ 19 ມັງກອນ 2012 ເກີດຂຶ້ນໃນໃຈກາງຂອງການປະທຸຂອງຕາເວັນ ຫຼືການປົດປ່ອຍມວນໂຄໂຣນາ (CMEs) .

laopost-satB2
ຮູບຂອງໂລກສ້ຽວກໍາລັງຂຶ້ນເໜືອຂອບຟ້າຂອງດວງຈັນ ຖ່າຍຈາກຍານອະວະກາດ Apollo 17 ທີ່ກໍາລັງໂຄຈອນອ້ອມດວງຈັນ ຖືເປັນພາລະກິດການລົງຈອດເທິງດວງຈັນຄັ້ງຫຼ້າສຸດຂອງມະນຸດ.
laopost-satB3
ສະຖານີອະວະກາດນານາຊາດ ແລະກະສວຍອະວະກາດ Endeavour ທີ່ເຂົ້າທຽບຍານ ຖ່າຍເມື່ອວັນທີ 23 ພະຈິກ 2011 ໂດຍ PaoloNespoli ນັກບິນອະວະກາດຈາກຄະນະເດິນທາງທີ 27 ໃນຍານ Soyuz TMA-20 ທີ່ຫາກໍເດິນທາງອອກຈາກສະຖານີອະວະກາດ ນັບເປັນຮູບຖ່າຍທຳອິດທີ່ສະແດງໃຫ້ເຫັນຂະນະທີ່ກະສວຍອະວະກາດໄດ້ເຊື່່ອມຕໍ່ທຽບຍານເຂົ້າກັບສະຖານີອະວະກາດນານາຊາດ.
laopost-satB4
ປາກົດການແສງໃຕ້ ຖ່າຍໂດຍ Andre Kuipers ນັກບິນອະວະກາດຊາວເນເທີແລນ ຂະນະໂດຍສານຢູ່ພາຍໃນສະຖານີອະວະກາດນານາຊາດ ລະຫວ່າງທະວີບແອນຕາກຕິກແລະອົສຕາລີ ເມື່ອວັນທີ 10 ມີນາ 2012.

laopost-satB5
ຜູ້ຊ່ຽວຊານພາລະກິດ Bruce McCandless II ລອຍໂຕຢູ່ກາງຫ້ວງອະວະກາດໂດຍບໍ່ໃຊ້ເຊືອກຫຼືອຸປະກອນນິລະໄພຈາກກະສວຍອະວະກາດ ຖືເປັນການລອຍໂຕຢ່າງອິດສະຫຼະໃນວົງໂຄຈອນທີ່ມີຄວາມຫ່າງໄກທີ່ສຸດເທົ່າທີ່ເຄີຍເຮັດມາ ຖ່າຍເມື່ອວັນທີ 12 ກຸມພາ 1984 ດ້ວຍຄວາມຊ່ວຍເຫຼືອຈາກອຸປະກອນ MMU ຊຸດອາຍພົ່ນໄນໂຕຣເຈນທີ່ຕິດຢູ່ທາງຫຼັງ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...