spot_img
Homeຂ່າວພາຍ​ໃນປິດ​ການ​ແຂ່ງຂັ​ນ ກິລາ​ເປ​ຕັງ ທົ່ວ​ປະ​ເທດ ຄັ້ງ​ທີ VII ຢ່າງເປັນທາງການ

ປິດ​ການ​ແຂ່ງຂັ​ນ ກິລາ​ເປ​ຕັງ ທົ່ວ​ປະ​ເທດ ຄັ້ງ​ທີ VII ຢ່າງເປັນທາງການ

Published on

ການແຂ່ງຂັນກິລາເປຕັງທົ່ວ ປະເທດຄັ້ງທີ VII ຊີງຂັນປະທານສະພາແຫ່ງຊາດ ໄດ້ປິດລົງ ໃນວັນທີ 29 ຕຸລາ ທີ່ສະໜາມກິລາ ເປຕັງແຫ່ງຊາດ (ດົງໂດກພາຍຫລັງທີ່ໄດ້ດໍາເນີນເປັນເວລາ 3 ວັນ ໂດຍມີ ທ່ານ ຄໍາສິງ ໄຊສົມແພງ ຮອງຫົວໜ້າຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງ ສະພາແຫ່ງຊາດ ຜູ້ຕາງໜ້າປະທານສະພາແຫ່ງຊາດ, ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຄໍາຫລ້າ  ວິນໄລທອງ ປະທານສະຫະພັນເປຕັງແຫ່ງຊາດລາວ ແລະ ມີຜູ້ຕາງໜ້າ ບໍລິສັດເບຍລາວ ພ້ອມດ້ວຍນັກກິລາ ແລະ ມີນັກກິລາເຂົ້າຮ່ວມຮ່ວມ ຈໍານວນ 300 ຄົນ ມາຈາກ 14 ແຂວງ ແລະ 6 ກະຊວງ.

ຜ່ານການແຂ່ງຂັນ 5 ປະເພດ ຊີງໄຊກັນປະກົດວ່າ: ເປຕັງປະເພດ ດ່ຽວຍິງ ອັນດັບທີ 1 ທີມກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບຂັນລາງວັນ ພ້ອມຫລຽນຄໍາ ແລະ ເງິນສົດ 1 ລ້ານກີບ, ອັນດັບທີ 2 ແຂວງຈໍາປາສັກ ໄດ້ຮັບຫລຽນເງິນ ພ້ອມເງິນສົດ 6 ແສນກີບ ອັນດັບທີນະຄອນຫລວງວຽງຈັນ ໄດ້ຮັບຫລຽນທອງ ພ້ອມເງິນສົດ 4 ແສນກີບ; ເປຕັງປະເພດດ່ຽວຊາຍ ອັນດັບທີ 1 ທີມໂຍທາທິການ ແລະ ຂົນສົ່ງ ໄດ້ຮັບຂັນລາງວັນ ພ້ອມຫລຽນຄໍາ ແລະ ເງິນສົດ 1 ລ້ານກີບ ອັນດັບທີ ແຂວງວຽງຈັນ ໄດ້ຮັບຫລຽນເງິນພ້ອມເງິນສົດ 6 ແສນກີບ, ອັນດັັບທີ 3 ທີມກະຊວງປ້ອງກັນຄວາມສະຫົງບ ໄດ້ຮັບຫລຽນທອງພ້ອມເງິນສົດ 4 ແສນກີບ ເປຕັງປະເພດທີມຄູ່ຍິງ ອັນດັບທີ 1 ແຂວງຈໍາປາສັກ ໄດ້ຮັບຂັນລາງວັນ ພ້ອມດ້ວຍຫລຽນຄໍາ ແລະ ເງິນສົດ 3 ລ້ານກີບ, ອັນດັບທີ 2 ກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບຫລຽນເງິນພ້ອມເງິນສົດ ໜຶ່ງລ້ານຫ້າແສນກີບ, ອັນດັບທີ 3 ກະຊວງພາຍໃນ ໄດ້ຮັບຫລຽນທອງ ພ້ອມເງິນສົດ 7 ແສນກີບ; ເປຕັງປະເພດທີມຄູ່ຊາຍ ອັນດັບ ທີ ແຂວງຄໍາມ່ວນ ໄດ້ຮັບຂັນລາງວັນ ພ້ອມຫລຽນຄໍາ ແລະ ເງິນສົດ 5 ລ້ານກີບ, ອັນດັບທີ 2 ສະໂມສອນ ນໍ້າດື່ມໂອລານ ໄດ້ຮັບຫລຽນເງິນ ພ້ອມເງິນສົດສອງລ້ານຫ້າແສນກີບ, ອັນດັບທີ 3 ສະໂມສອນເປຕັງດອກຝ້າຍ ໄດ້ຮັບຫລຽນທອງ ພ້ອມເງິນສົດໜຶ່ງລ້ານຫ້າແສນກີບເປຕັງປະເພດທີມຄູ່ ວີໄອພີ ອັນດັບທີ 1 ໂຮງງານນໍ້າດື່ມລືຊາໄຊ ໄດ້ຮັບຂັນພ້ອມເງິນສົດ ຂັນລາງວັນ 1 ໜ່ວຍ ພ້ອມຫລຽນຄໍາ ແລະ ເງິນສົດ 1 ລ້ານກີບ, ອັນດັບທີ 2 ແຂວງສະຫວັນນະເຂດ ໄດ້ຮັບຫລຽນເງິນພ້ອມ ເງິນສົດ 6 ແສນກີບ, ອັນດັບ 3 ສະໂມສອນເປຕັງຕາດຖໍ້າເສືອ ໄດ້ຮັບຫລຽນເງິນ ພ້ອມເງິນສົດ 6 ແສນກີບ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...