spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມປະໂຫຍດ ແລະໂທດຂອງດອກອັນຊັນ ທີ່ຫຼາຍຄົນອາດບໍ່ທັນຮູ້!!

ປະໂຫຍດ ແລະໂທດຂອງດອກອັນຊັນ ທີ່ຫຼາຍຄົນອາດບໍ່ທັນຮູ້!!

Published on

ດອກອັນຊັນມີຄຸນສົມບັດໃນການເປັນສານຕ້ານອະນຸມູນອິດສະຫຼະ ໂດຍໃນດອກອັນຊັນນັນ ມີສານໜຶ່ງທີ່ຊື່ວ່າ ແອນໂທໄຊຍານິນ ເຊິ່ງສານຊະນິດນີ້ ສາມາດຊ່ວຍເພີ່ມປະສິດທິພາບ ການເຮັດວຽກຂອງດວງຕາ ໃນການເບິ່ງເຫັນ, ຊ່ວຍພະຍາດຕາຟາງ, ຕາມົວ ຫຼືພາວະການເສື່ອມຂອງດວງຕາ ທີ່ມາຈາກໂລກເບົາຫວານ, ພະຍາດຕາຕໍ້ ແລະມີໜ້າທີ່ໄປຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ ເຮັດໃຫ້ເລືອດໄປລ້ຽງສ່ວນຕ່າງໆໄດ້ດີຂຶ້ນ, ຍັງຊ່ວຍການອອກລິດຕ້ານການອົກຊີເດຊັ່ນຂອງໄຂມັນ, ຢຸດການເກີດພະຍາດທີ່ເກີດຈາກຄໍເລດເຕີຣໍຊະນິດທີ່ບໍ່ດີອຸດຕັນໃນຫຼອດເລືອດ ແລະພະຍາດຫຼອດເລືອດຫົວໃຈແຂງຕົວ ແລະຄຸນສາມາດທີ່ສຳຄັນອີກຢ່າງໜຶ່ງກໍຄືຊ່ວຍຢຸດການລວມຕົວຂອງເມັດເລືອດ ຊ່ວຍຂັບນໍ້າປັດສະວະ ແລະຊ່ວຍຜ່ອນຄາຍກ້າມເນື້ອ

# ປະໂຫຍດຂອງດອກອັນຊັນ

  • ຊ່ວຍເສີມສ້າງພູມຕ້ານທານໃນຮ່າງກາຍ ແລະເພີ່ມພະລັງເຮັດໃຫ້ຮ່າງກາຍມີຄວາມແຂງແຮງຂຶ້ນ
  • ສານຕ້ານອະນຸມູນອິດສະຫຼະຊ່ວຍໃຫ້ອ່ອນກວ່າໄວ
  • ຊ່ວຍບໍາລຸງສະໝອງ
  • ຊ່ວຍຫຼຸດຄວາມສ່ຽງຂອງການເກີດໂລກຫົວໃຈ ແລະພາວະຫຼອດເລືອດຫົວໃຈອຸດຕັນ
  • ຊ່ວຍຫຼຸດຄວາມສ່ຽງຈາກການເກີດໂລກມະເລັງ
  • ຊ່ວຍຫຼຸດລະດັບນໍ້າຕານໃນເລືອດໃນຜູ້ປ່ວຍພະຍາດເບົາຫວານ
  • ຊ່ວຍລ້າງສານພິດ ແລະຂອງເສຍອອກຈາກຮ່າງກາຍ
  • ຊ່ວຍອາການປັດສະວະຍາກ (ຍ່ຽວຍາກ)
  • ຊ່ວຍປ້ອງກັນ ແລະຊ່ວຍອາການເຈັບຊາຕາມນິ້ວມືນິ້ວຕີນ

# ໂທດຂອງດອກອັນຊັນ ແລະຂໍ້ຄວນລະວັງ

ເຖິງວ່າດອກອັນຊັນ ຈະເປັນຢາສະໝຸນໄພ ແຕ່ກໍຍັງໃຫ້ໂທດ ຖ້າຫາກໃຊ້ຫຼາຍເກີນໄປ ໂດຍຢ່າດື່ມອັນຊັນທີ່ມີສີເຂັ້ມເກີນໄປ ເພາະຈະເຮັດໃຫ້ໄຕເຮັດວຽກໜັກຂຶ້ນ, ໃນການຂັບສານສີຈາກອັນຊັນອອກມາ ແລະຜູ້ທີ່ເປັນພະຍາາດເລືອດຈາງ ກໍບໍ່ຄວນທີ່ຈະຮັບປະທານດອກອັນຊັນ, ລວມຮອດອາຫານ ຫຼືເຄື່ອງດື່ມທີ່ມີສ່ວນປະກອບຂອງອັນຊັນ ເພາະໃນດອກອັນຊັນມີສານທີ່ມີລິດໃນການລະລາຍເລືດອາດເປັນອັນຕະລາຍຕໍ່ຜູ້ທີ່ເປັນພະຍາດເລືອດຈາງ

 

ທີ່ມາ: kapook
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...