spot_img
Homeຂ່າວທ້ອງຖິ່ນປະຊາຊົນບໍ່ເຫັນດີໃນການທຸບຕຶກເກົ່າຕະຫຼາດເຊົ້າ

ປະຊາຊົນບໍ່ເຫັນດີໃນການທຸບຕຶກເກົ່າຕະຫຼາດເຊົ້າ

Published on

ໜັງສືພິມວຽງຈັນທາມ ລາຍງານໃນວັນທີ 07 ກັນຍາ 2020 ນີ້ວ່າ ປະຊາຊົນລາວສ່ວນຫຼາຍແມ່ນໄດ້ເວົ້າເປັນຫາງສຽງດຽວກັນ ແລະ ມີຄໍາຖາມດຽວກັນວ່າ: ບໍ່ເຫັນດີທີ່ຈະທຸບຕຶກເກົ່າຕະຫຼາດເຊົ້າ ມໍ 1 ແລະ ມໍ 2 ເພື່ອພັດທະນາໃໝ່ ແລະ ເປັນຫຍັງລັດຖະບານຄືບໍ່ຮັກສາຕຶກໄວ້ໃຫ້ເປັນມໍລະດົກຂອງຊາດ ເພາະຕຶກເກົ່າຕະຫຼາດເຊົ້ານີ້ ຖືວ່າເປັນຕຶກເກົ່າແກ່ຄູ່ ບ້ານຄູ່ ເມືອງວຽງຈັນມາຫຼາຍສະຕະວັດແລ້ວ.

ລັດຖະບານໄດ້ອະນຸຍາດໃຫ້ນັກລົງທຶນຈີນເມື່ອບໍ່ດົນມານີ້ ເພື່ອສຳປະທານຕຶກຕະຫຼາດເຊົ້າດັ່ງກ່າວ ໂດຍແມ່ນ ບໍລິສັດ ຮົ່ວຊິນ ພັດທະນາ ຈໍາກັດ ຊຶ່ງມີອາຍຸສໍາປະທານ 40 ປີ ເພື່ອພັດທະນາໃຫ້ເປັນຕຶກ ຫຼື ຕະຫຼາດທີ່ທັນສະໄໝ.

ປັດຈຸບັນນີ້ທາງບໍລິສັດກໍາລັງກຽມຍົກຍ້າຍຊາວຄ້າຂາຍຕ່າງໆ ອອກຈາກຕຶກດັ່ງກ່າວໂດຍຈະໃຫ້ເວລາ 3 ເດືອນໃຫ້ຍົກຍ້າຍອອກໝົດ ເຊິ່ງທາງບໍລິສັດມີສະຖານທີ່ໄວ້ຮອງຮັບໄວ້ແລ້ວລວມມີ 302 ຫ້ອງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...