spot_img
Homeຂ່າວພາຍ​ໃນບົດສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 24 ສິງຫາ 2021

ບົດສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 24 ສິງຫາ 2021

Published on

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 12.957 ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 336 ຄົນ, ເສຍຊີວິດສະສົມທັງໝົດ 11 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 4.259 ຄົນ.

ໃນວັນທີ 23 ສິງຫາ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 2.342 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 336 ຄົນ, ຕິດເຊື້ອພາຍໃນຊຸມຊົນຈໍານວນ 147 ຄົນຈາກ ແຂວງ ບໍ່ແກ້ວ 13 ຄົນ, ສະຫວັນນະເຂດ 128 ຄົນ, ນະຄອນຫຼວງ 05, ຄໍາມ່ວນ 01 ຄົນ ແລະ ສາລະວັນ 01 ຄົນ ແລະ ຕິດເຊື້ອກໍລະນີນໍາເຂົ້າຈໍານວນ 189 ຄົນ ຈາກ ນະຄອນຫຼວງວຽງຈັນ 128 ຄົນ, ສະຫວັນນະເຂດ 02 ຄົນ, ຫຼວງພະບາງ 01 ຄົນ, ຄໍາມ່ວນ 13 ຄົນ, ແລະ ຈໍາປາສັກ 46 ຄົນ.

ສໍາລັບຜູ້ຕິດເຊື້ອໃນຊຸມຊົນແມ່ນມີປະຫວັດສໍາຜັດກັບຜູ້ຕິດເຊື້ອເກົ່າ. ສຳລັບ ການຕິດເຊື້ອໃນຊຸມຊົນ 128 ຄົນ ຢູ່ແຂວງສະຫວັນນະເຂດ, ໃນນັ້ນ ກວດພົບຢູ່ສະຖານທີ່ຄຸມຂັງ 121 ຄົນ ແລະ ກຸ່ມຄົນທົ່ວໄປ 7 ຄົນ.

ສ່ວນ ນະຄອນຫຼວງທີ່ຕິດເຊື້ອໃນຊຸມຊົນ 5 ຄົນນັ້ນ ແມ່ນຢູ່ບ້ານ ສິມມະໂນ ເຊິ່ງເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຜ່ານມາ ທີ່ໄດ້ຖະແຫຼງຂ່າວກ່ອນໜ້ານີ້,​ ສ່ວນອີກ 2​ ຄົນ ເປັນເພດຊາຍ 38 ປີ ເປັນພະນັກງານ ແລະ ເພດຍິງ ອາຍຸ 35 ປີ ອາຊີບ ຄ້າຂາຍ ຢູ່ບ້ານດອນດູ່ ເມືອງໄຊທານີ ເປັນຜູ້ສຳຜັດໃກ້ຊິດນຳ ຜູ້ຕິດເຊື້ອທີ່ຢູ່ບ້ານສິມມະໂນ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...