spot_img
Homeຂ່າວພາຍ​ໃນ ນັກທ່ອງທ່ຽວເຂົ້າຊົມບູຮານສະຖານໃນນະຄອນຫຼວງວຽງຈັນຫຼຸດລົງ

ນັກທ່ອງທ່ຽວເຂົ້າຊົມບູຮານສະຖານໃນນະຄອນຫຼວງວຽງຈັນຫຼຸດລົງ

Published on

vtn tour

 

ຕາມການໃຫ້ສຳພາດຂອງ ທ່ານ ພູວຽງ ໂພທິສານ ຮັກສາການຫົວໜ້າອຳນວຍການຫໍພິພິທະພັນນະຄອນຫຼວງ

ວຽງຈັນ ຕໍ່ນັກຂ່າວພວກເຮົາໃນວັນທີ 15 ຕຸລານີ້ວ່າ: ນັບແຕ່ເດືອນກໍລະກົດມ່ານີ້ຈຳນວນນັກທ່ອງທ່ຽວ ເຂົ້າຊົມ

ບູຮານສະຖານໃນ ນະຄອນຫຼວງວຽງຈັນຄື ພະທາດຫຼວງ, ຫໍພະແກ້ວ, ວັດສີສະເກດ ມີນຳນວນຫຼຸດລົງຫຼາຍ, ຊຶ່ງໃນ

3 ເດືອນຜ່ານມາມີນັກທ່ອງທ່ຽວເຂົ້າຊົມພຽງ 82 ພັນກວ່າຄົນ, ໃນນີ້ເປັນນັກທ່ອງທ່ຽວຕ່າງປະເທດ 77 ພັນກວ່າ

ຄົນ, ນັກທ່ອງທ່ຽວພາຍໃນ 5 ພັນ ກວ່າຄົນ, ສ້າງລາຍຮັບໄດ້ 400 ກວ່າ ລ້ານກີບ, ໃນນັ້ນສະເພາະພະທາດຫຼວງ

ຫຼາຍກວ່າ 35 ພັນກວ່າຄົນ, ສ້າງລາຍຮັບໄດ້ປະມານ 170 ລ້ານກີບ, ຫໍພະແກ້ວມີ 32 ພັນກວ່າຄົນ, ສ້າງລາຍຮັບ

ໄດ້ປະມານ 142 ລ້ານກີບ ແລະ ວັດສີສະເກດມີນັກທ່ອງທ່ຽວເຂົ້າຊົມພຽງ 15 ພັນຄົນ, ສ້າງລາຍຮັບໄດ້ປະມານ 93

ລ້ານກີບ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຖືວ່າຫຼຸດລົງຫຼາຍ, ນີ້ກໍເນື່ອງຈາກເປັນໄລຍະລະດູຝົນເຮັດໃຫ້ການ

ເດີນທາງໄປມາຂອງນັກທ່ອງທ່ຽວພົບຄວາມຫຍູ້ງຍາກ ແລະ ສະພາບເສດຖະກິດຂອງຫລາຍປະເທດກໍບໍ່ຄ່ອຍເອື້ອ

ອຳນວຍ ແຕ່ເຊື່ອວ່ານັບແຕ່ທ້າຍເດືອນຕຸລານີ້ເປັນຕົ້ນໄປ ຈຳນວນນັກທ່ອງທ່ຽວຈະກັບມາຄຶກຄື້ນອີກເທື່ອໜຶ່ງ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...