spot_img
Homeຂ່າວພາຍ​ໃນນະຄອນຫຼວງວຽງຈັນ-ໜອງຄາຍ ຮ່ວມກັນຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ

ນະຄອນຫຼວງວຽງຈັນ-ໜອງຄາຍ ຮ່ວມກັນຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ

Published on

ນະຄອນຫຼວງວຽງຈັນ ແລະ ໜອງຄາຍ ເຂົ້າຮ່ວມກອງປະຊຸມ ແລະ ເຊັນບົດບັນທຶກກອງປະຊຸມຂອງຄະນະກຳມາການ ການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທ ນະຄອນຫຼວງວຽງຈັນ-ໜອງຄາຍ.

ໃນວັນທີ 21 ກັນຍາ 2022 ທີ່ໜອງຄາຍ ມີກອງປະຊຸມຄະນະ​ກຳມະການ​ຮັກສາ​ຄວາມ​ສະຫງົບ​ຢູ່​ຕາມ​ຊາຍ​ແດນລາວ-ໄທ ນະຄອນຫຼວງວຽງຈັນ-ໜອງຄາຍ ໂດຍ​ມີ ທ່ານ ມົນ​ສິດ ໄພ​ສານທະ​ນະ​ວັດ ເຈົ້າ​ແຂວງ​ໜອງ​ຄາຍ ປະທານ​ຄະນະ​ກຳມະການ​ຮັກສາ​ຄວາມ​ສະຫງົບ​ຮຽບຮ້ອຍ ຢູ່​ຕາມ​ຊາຍ​ແດນ​ໜອງ​ຄາຍ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານ​ຄະນະ​ກຳມະການ​ຮັກສາ​ຄວາມ​ສະຫງົບຮຽບຮ້ອຍ​ຢູ່​ຕາມ​ຊາຍ​ແດນ​ນະຄອນຫຼວງວຽງຈັນ ເປັນປະທານການປະຊຸມ ແລະ ມີໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ພາຍຫຼັງກອງປະຊຸມ ທ່ານ ມົນ​ສິດ ແລະ ທ່ານ ອາດສະພັງທອງ ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຂອງ​ກອງ​ປະ​ຊຸມ​ກຳ​ມະ​ການ​ຮັກ​ສາ​ຄວາມ​ສະ​ຫງົບ​ຮຽບຮ້ອຍ​ຕາມ​ຊາຍ​ແດນ​ໄທ-ລາວ ນະຄອນຫຼວງວຽງຈັນ-ໜອງຄາຍ ເຊິ່ງການປະຊຸມດັ່ງກ່າວມີ 27 ຫົວຂໍ້ ທີ່ຄວບຄຸມຄວາມຮ່ວມມື​ຮັກສາ​ຄວາມ​ສະຫງົບ​ຮຽບຮ້ອຍ ຢູ່​ຕາມ​ຊາຍ​ແດນລາວ-ໄທ  ໃນທຸກດ້ານ.

ແຫຼ່ງຂ່າວຈາກ ສຳນັກງານປະຊາສຳພັນຈັງຫວັດໜອງຄາຍ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...