spot_img
Homeຂ່າວຕ່າງປະເທດນອນກ່ອນ 22:00 ໂມງສາມາດສົ່ງຜົນຕໍ່ບັນຫາສຸຂະພາບຫົວໃຈໃຫ້ດີຂຶ້ນໄດ້

ນອນກ່ອນ 22:00 ໂມງສາມາດສົ່ງຜົນຕໍ່ບັນຫາສຸຂະພາບຫົວໃຈໃຫ້ດີຂຶ້ນໄດ້

Published on

ຫຼາຍຄົນອາດຄິດວ່າການເຂົ້ານອນໄວ ຄວນຈະເກີດຂຶ້ນແຕ່ກັບເດັກນ້ອຍເທົ່ານັ້ນ ແຕ່ຜົນການວິໄຈໃໝ່ ຈາກເວັບໄຊ້ Studyfinds ໄດ້ເປີດເຜີຍວ່າ ໃນໄວຜູ້ໃຫຍ່ກໍຄວນເຂັ້ມງວດກັບການເຂົ້ານອນຂອງຕົນເອງເຊັ່ນກັນ ນັກວິໄຈພົບວ່າ ການເຂົ້ານອນລະຫຫວ່າງເວລາ 22:00 – 23:00 ແມ່ນສາມາດຫຼຸດຄວາມສ່ຽງຂອງການເກີດພະຍາດຫົວໃຈໄດ້, ໃນຂະນະທີ່ການເຂົ້ານອນຫຼັງທ່ຽງຄືນແມ່ນຈະສົ່ງຜົນຕໍ່ກັບສຸຂະພາບຂອງຫົວໃຈຫຼຸດລົງ.

ດຣ David Plans ຜູ້ຂຽນບົດລາຍງານການສຶກສາຈາກມະຫາວິທະຍາໄລ Exeter ກ່າວວ່າ ຮ່າງກາຍຂອງຄົນເຮົາມີເວລາ 24 ຊົ່ວໂມງຕໍ່ມື້ ເຊິ່ງເອີ້ນວ່າຈັງຫວະຊີວິດ ໂດຍຊ່ວຍຄວບຄຸມການເຮັດວຽກຂອງຮ່າງກາຍ ແລະ ຈິດໃຈ, ການເຂົ້ານອນໄວ ຫຼື ຊ້ານັ້ນອາດມີທ່າອຽງໃນການສົ່ງຜົນຕໍ່ສຸຂະພາບຫົວໃຈ ແລະ ຫຼອດເລືອດໄດ້. ເຖິງຢ່າງໃດກໍຕາມ, ການສຶກສາດັ່ງກ່າວກໍຍັງບໍ່ມີຜົນທີ່ແນ່ນອນເທື່ອ.

ຜູ້ທີ່ນອນຫຼັງທ່ຽງຄືນ ຈະມີໂອກາດເປັນພະຍາດຫົວໃຈສູງເຖິງ 25% ເມື່ອທຽບກັບຜູ້ທີ່ນອນຫຼັບກ່ອນເວລາ 23:00 ພວກເຂົາຄົ້ນພົບວ່າເວລາໃນການນອນກັບພະຍາດຫົວໃຈຈະເກີດຂຶ້ນກັບຜູ້ຊາຍໄດ້ຫຼາຍກວ່າຜູ້ຍິງ, ຢ່າງໃດກໍຕາມ ນັກວິໄຈຍັງພົບວ່າ ຜູ້ຊາຍທີ່ເຂົ້ານອນໄວກວ່າ 22:00 ໂມງ ຍັງສະແດງຄວາມສ່ຽງຕໍ່ພະຍາດຫົວໃຈ ແລະ ຫຼອດເລືອດສູງຂຶ້ນ.

ເວົ້າລວມແລ້ວ ການນອນຫຼັບທີ່ດີ ຄືການດູແລຮ່າງກາຍຂັ້ນພື້ນຖານ ທີ່ເປັນເປົ້າໝາຍອັນສໍາຄັນທາງດ້ານສາທລະນະສຸກ ແລະ ເປັນວິທີງ່າຍໆໃນການຫຼຸດຜ່ອນຄວາມສ່ຽງຕໍ່ພະຍາດຫົວໃຈທີ່ເຮົາສາມາດເຮັດໄດ້.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...