spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ທ້າຍ​ອາທິດ​ຜ່ານ​ມາ ມີ​ຜູ້​ເສຍ​ຊີວິດ 2 ຄົນ ຍ້ອນ​ອຸປະຕິ​ເຫດ​ບົນ​ທ້ອງ​ຖະໜົນ!

ທ້າຍ​ອາທິດ​ຜ່ານ​ມາ ມີ​ຜູ້​ເສຍ​ຊີວິດ 2 ຄົນ ຍ້ອນ​ອຸປະຕິ​ເຫດ​ບົນ​ທ້ອງ​ຖະໜົນ!

Published on

wcgfcxi4 copy

​ເຈົ້າ​ໜ້າ​ທີ່​ກອງ​ຄະດີ ພະ​ແນ​ກຈະລາຈອນ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ໃນ​​ເວລາ​ທ່ຽງ​ຄືນ​ຂອງ​ວັນ​ທີ 16 ພຶດ ສະພາ​ຜ່ານ​ມາ, ຢູ່​ເຂດ​ບ້ານ​ທົ່ງ​ຕູມ ຖະໜົນ​ລາດ​ຊະ​ວົງ ​ເມືອງ​ຈັນທະ​ບູລີ ນະຄອນ​ຫລວງ​ວຽງ​ຈັນ ​ໄດ້​ເກີດ​ເຫດ​ລົດ​ໃຫຍ່​ໝາຍ​ເລກ​ທະບຽນ ກດ 3739 ​ຂັບ​ຂີ່​ໂດຍ​ທ້າວ ວຽງ​ທອງ ອາຍຸ 30 ປີ ຢູ່​ບ້ານ​ທົ່ງ​ຕູມ ​ເມືອງ​ຈັນທະ​ບູລີ ​ໄດ້​ໄປ​ຕຳ​ເອົາ​ລົດຈັກ​ໝາຍ​ເລກ​ທະບຽນ ຍອ 2612 ຂັບ​ຂີ່​ໂດຍ​ທ້າວ ບຸນ​ທັນ ອາຍຸ 32 ປີ ຢູ່​ບ້ານ​ຂົວ​ຫລວງ ​ເມືອງ​ຈັນທະ​ບູລີ ​ແລະ ​ໄປ​ຕຳ​ເອົາ​ລົດຈັກ​ອີກ​ຄັນ​ໜຶ່ງ ໝາຍ​ເລ​ກທະບຽນ ຈກ 5057 ຂັບ​ຂີ່​ໂດຍ​ທ້າວ ສີ​ຟອງ ອາຍຸ 29 ປີ ​ແລະ ທ້າວ ຫຳ, ອາຍຸ 28 ປີ ​ເຊິ່ງທັງ​ສອງຢູ່​ບ້ານ​ທົ່ງ​ສາງ​ນາງ ອຸປະຕິ​ເຫດ​ດັ່ງກ່າວ​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ທ້າວ ບຸນ​ທັນ ​ເສຍ​ຊີ​ວິດ​ຄາ​ທີ່ ​ສ່ວນ​ທ້າວ ວຽງ​ທອງ ​ໄດ້​ຖືກ​ເຈົ້າ​ໜ້າ​ທີ່​ກັກ​ຕົວ​ໄວ້​ເພື່ອ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ ​ແລະ ອີກ​ກໍລະ​ນີໜຶ່ງ​ເກີດ​ຂຶ້ນ​ໃນ​ຕອນ​ທ່ຽງຂອງ​ວັນ​ທີ 15 ພຶດສະພາ, ຢູ່​ເຂດ​ບ້ານ​ອຸ​ມຸງ ​ເມືອງສີ​ໂຄດ​ຕະບອງ ​ໄດ້​ເກີດ​ເຫດ​ລົດ​ໃຫຍ່​ຕຳ​ກັບ​ລົດຈັກສົ່ງ​ຜົນ​ໃຫ້​ນາງ​ນູ່ ອາຍຸ 17 ປີ ຢູ່​ບ້ານ​ໂພນ​ສະຫວັນ ​ເມືອງ​ສີ​ສັດຕະ​ນາກ ​ເສຍ​ຊີວິດ​ຄາ​ທີ່.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...