spot_img
Homeຂ່າວຕ່າງປະເທດທີມວິໄຈປະເທດຍີ່ປຸ່ນ ສ້າງຊັ້ນຜິວທຽມເອເລັກໂຕຣນິກ ເພື່ອສື່ສານເຖີງສຸຂະພາບໃນຮ່າງກາຍ

ທີມວິໄຈປະເທດຍີ່ປຸ່ນ ສ້າງຊັ້ນຜິວທຽມເອເລັກໂຕຣນິກ ເພື່ອສື່ສານເຖີງສຸຂະພາບໃນຮ່າງກາຍ

Published on

 

ອຸປະກອນຊະນິດນີ້ແມ່ນອອກແບບມາໃຫ້ເປັນແບບຜິວຫນັງຊັ້ນທີ 2 ມີຄວາມຢືດຫົດໄດ້ດີ ແລະບາງພຽງ 1 ມິນ, ຕິດຕັ້ງດ້ວຍຈໍສະແດງຜົນ LED ຂະຫນາດນ້ອຍ, ສາມາດຮັບສົ່ງຂໍ້ຄວາມ ແລະສັນຍາລັກສະແດງຄວາມຮູ້ສຶກຜ່ານໂຕລັກສະນະ Emoji ພ້ອມທັງເປັ່ງແສງ Diode ໃຫ້ພໍດີສຳລັບສາຍຕາ ວີທີໃຊ້ກໍງ່າຍດາຍ ດ້ວຍການນຳໄປຕິດໄວ້ບໍລິເວນຜິວຫນັງຝາມື ຫລື ຫລັງມື ແລະ ເມື່ອຮອດກຳນົດການທີ່ເຮົາຕັ້ງຄ່າເວລາໄວ້ ການແຈ້ງເຕືອນກໍຈະເປັ່ງແສງອອກມາທັນທີ. ຜະລິດຕະພັນດັ່ງກ່າວນີ້, ແມ່ນຈະໃຫ້ຄວາມສຳພັດທີ່ບໍ່ຮູ້ສຶກເລີຍວ່າມີຫຍັງຕິດຢູ່ມື ແລະບໍ່ກໍ່ໃຫ້ເກີດການອັກເສບຂອງຜິວຫນັງ ແຕ່ຈະໃຫ້ຄວາມຮູ້ສຶກທີ່ວ່າຜິວຫນັງທຽມນີ້ເປັນສ່ວນຫນື່ງຂອງຮ່າງກາຍ.

ນັກວິໄຈຊີ້ວ່າຜົນງານດັ່ງກ່າວຈະເປັນປະໂຫຍດຕໍ່ບຸກຄະລາກອນທາງການແພດ ແລະເຮັດໃຫ້ຜູ້ປ່ວຍສາມາດສື່ສານ, ສະແດງຂໍ້ມູນທາງການແພດກັບຫມໍຜູ້ຮັກສາປະຈຳຕົວໄດ້ເປັນຢ່າງດີ. ເຫມາະສຳລັບສັງຄົມຜູ້ສູງອາຍຸທີ່ກຳລັງເພີ່ມຂື້ນຢ່າງໄວວາໃນປະເທດຍີ່ປຸ່ນ ທີ່ເຮັດໃຫ້ແພດຫມໍ ຕ້ອງປ່ຽນວິທີການກວດສຸຂະພາບໂດຍການຕິດຕາມຜ່ານອຸປະກອນເອເລັກໂຕຣນິກໄດ້ຢ່າງຕໍ່ເນື່ອງ ທັງນີ້ໃນອະນາຄົດອາດນຳໄປສູ່ການພັດທະນາເປັນອຸປະກອນເຄື່ອງນຸ່ງສຳລັບຜູ້ອອກກຳລັງກາຍ ເພື່ອຕິດຕາມອັດຕາການເຕັ້ງຂອງຫົວໃຈ ຫລື ກວດສອບເສັ້ນທາງການແລ່ນ.

ທາງດ້ານບໍລິສັດແມ່ນຄາດການວ່າຈະວາງຈຳຫນ່າຍໃນອີກ 3 ປີ ຂ້າງຫນ້າ

 

 

 

ແຫລ່ງຊ່າວຕ່າງປະເທດ TRN

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...