spot_img
Homeຂ່າວພາຍ​ໃນທິມແພດເລັ່ງຕິດຕາມຜູ້ໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ຄົນທີ 11 ມາກວດຫາເຊື້ອ

ທິມແພດເລັ່ງຕິດຕາມຜູ້ໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ຄົນທີ 11 ມາກວດຫາເຊື້ອ

Published on

ວັນທີ 5 ເມສາ 2020 ເວລາ 14:30 ທີ່ສູນປະຕິບັດງານ ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວໃຫ້ຮູ້ວ່າ ມາຮອດມື້ນີ້ ໄດ້ກວດພົບ ຜູ້ຕິດເຊື້ອ ໂຄວິດ-19 ລາຍໃໝ່ ຢູ່ສປປ ລາວ ເພີ່ມຂຶ້ນ 1 ຄົນ ເປັນຄົນປະເທດ ປາປົວນິວກີນີ ເພດຊາຍ ອາຍຸ 55 ປີ ພະນັກງານ ຂອງບໍລິສັດ ພູເບ້ຍ ມາຍນິງ ໂດຍຜູ້ກ່ຽວ ມີອາການ ໄຂ້ ໄອ ແລະ ເປັນຫວັດ ຈຶ່ງໄດ້ມາກວດເຊື້ອ ຢູ່ໂຮງໝໍມິດຕະພາບ, ຜ່ານການເກັບຕົວຢ່າງ ກວດສອບ ພົບວ່າ ຜູ້ກ່ຽວແມ່ນຕິດເຊື້ອ ໂຄວິດ-19 ແລະ ກາຍເປັນຜູ້ຕິດເຊື້ອ ຄົນທີ່ 11 ໃນ ສປປ ລາວ.

ຜູ້ກ່ຽວ ມີປະຫວັດເດີນທາງ ມາຈາກປະເທດ ປາປົວນິວກີນີ ຜ່ານປະເທດ ສິງກະໂປ ໃນວັນທີ 22 ມີນາ ແລ້ວມາລົງຜ່ານ ປະເທດໄທ ໃນວັນທີ 23 ມີນາ ກ່ອນເດີນທາງ ມາພັກ ຢູ່ໂຮງແຮມ ຄຣາວພລາຊ່າ ໃນວັນດຽວກັນ. ຈາກນັ້ນ ຈຶ່ງຂຶ້ນລົດຕູ້ ມີຜູ້ໂດຍສານ 11 ຄົນ ອອກໄປສະໜາມ ຢູ່ ພູເບ້ຍ. ຄາດວ່າ ຈະມີຜູ້ໃກ້ຊິດ ພົວພັນກັບຜູ້ກ່ຽວ ປະມານ 100 ຄົນ. ປະຈຸບັນ ຄະນະສະເພາະກິດ ກໍາລັງຕິດຕາມ ແລະ ຊັກຖາມລະອຽດ ການເດີນທາງ ໄປບ່ອນຕ່າງໆ ຢູ່ ສປປ ລາວ.

ນອກຈາກຈະໄດ້ຕິດຕາມຜູ້ໃກ້ຊິດສໍາຜັດກັບຜູ້ຕິດເຊື້ອໂຄວິດ-19 ຄົນທີ 11 ຈໍານວນ 100 ກວ່າຄົນ ທີ່ໄດ້ລາຍງານໃນມື້ວານນີ້, ທີມແພດ ຍັງຈະສືບຕໍ່ເກັບຕົວຢ່າງຜູ້ທີ່ຖືກແຍກປ່ຽວ ທີ່ຍັງເຫຼືອຈຳນວນ 89 ຄົນ ທີ່ໄດ້ໃກ້ຊິດສໍາຜັດກັບ 10 ກໍລະນີຕິດເຊື້ອທໍາອິດ ແລະ ຊາວຜູ້ອອກແຮງງານລາວ ທີ່ກັບມາຈາກປະເທດໄທ ສະເພາະຜູ້ທີ່ມີຄວາມສ່ຽງຕິດເຊື້ອສູງມາກວດວິເຄາະຢັ້ງຢືນການບົ່ງມະຕິ.

ຕາມຕົວເລກຂອງມະຫາວິທະຍາໄລ JOHNS HOPKINS ສະຫະລັດອາເມລິກາໄດ້ແຈ້ງໃຫ້ຮູ້ວ່າ: ມາຮອດວັນທີ 6 ເມສາ 2020 ເວລາ 6:00 ໂມງ ຕາມເວລາວຽງຈັນ, ທົ່ວໂລກມີຜູ້ຕິດ ເຊື້ອໂຄວິດ-19 ເຖິງ 1.270.069 ຄົນ ແລະ ເສຍຊີວິດ 69.309 ຄົນ. ຕົວເລກຍັງສະແດງໃຫ້ເຫັນວ່າ ອາເມລິກາມີຜູ້ຕິດເຊື້ອເຖິງ 335.524 ຄົນ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...