spot_img
Homeຂ່າວທົ່ວໄປທຳລາຍສິນຄ້າປະເພດໝໍ້ໄຟທີ່ລະເມີດເຄື່ອງໝາຍການຄ້າຍີ່ຫໍ້ GS

ທຳລາຍສິນຄ້າປະເພດໝໍ້ໄຟທີ່ລະເມີດເຄື່ອງໝາຍການຄ້າຍີ່ຫໍ້ GS

Published on

ໃນວັນທີ 21 ພະຈິກ 2023 ທີ່ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີທໍາລາຍສິນຄ້າຍີ່ຫໍ້ GS ປະເພດໝໍ້ໄຟ (Battery) 110 ໜ່ວຍ ມູນຄ່າ 70 ລ້ານກີບ, ໂດຍການເປັນປະທານຂອງທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ມີຄະນະກຳມະການ ຫົວໜ້າຂະແໜງ ເຈົ້າຂອງສິນຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນັນຕາສານູວົງກ່າວວ່າ: ການທໍາລາຍສິນຄ້າຄັ້ງນີ້ໂດຍປະຕິບັດຕາມກົດໝາຍວ່າດ້ວຍຊັບສິນທາງບງປັນຍາ ກົດໝາຍວ່າດ້ວຍປົກປ້ອງຜູ້ຊົມໃຊ້ ເຊິ່ງພາຍຫຼັງໄດ້ຮັບໜັງສືສະເໜີຈາກບໍລິສັດ ຫຼາວເພັດຮຸ່ງຈະເລີນ ຈຳກັດ ເຊິ່ງເປັນບໍລິສັດທີ່ປຶກສາໃຫ້ບໍລິສັດ GS Yuasa Corporation ທາງຂະແໜງຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ໄດ້ກວດກາເອກະສານຂອງບໍລິສັດດັ່ງກ່າວເຫັນວ່າໄດ້ຮັບໃບຢັ້ງຢືນການຈົດທະບຽນເຄື່ອງໝາຍການຄ້າເລກທີ 3161 ລົງວັນທີ 27 ກໍລະກົດ 1994 ໃນວັນທີ 10ສິງຫາ 2023 ຂະແໜງຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ໄດ້ຈັດກອງປະຊຸມຮ່ວມກັບຄະນະກຳມະການຄຸ້ມຄອງຊັບສິນທາງປັນຍາຂັ້ນ ນວ ເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດສະກັດກັ້ນສິນຄ້າລອກຮຽນແບບ ສິນຄ້າປອມແປງ ເຄື່ອງໝາຍການຄ້າ ແລະ ສິນຄ້າ ທີ່ລະເມີດເຄື່ອງໝາຍການຄ້າພ້ອມທັງໄດ້ເຊີນຜູ້ຕາງໜ້າບໍລິສັດ GS Yuasa Corportion ເຈົ້າຂອງສິດເຄື່ອງໝາຍການຄ້າມາອະທິບາຍກ່ຽວກັບຄວາມແຕກຕ່າງລະຫວ່າງສິນຄ້າຂອງແທ້ ແລະ ຂອງລອກຮຽນແບບ.

ພະແນກອຸດສາຫະກໍາ ແລະ ການຄ້ານວໄດ້ອອກແຈ້ງການເຖິງບຸກຄົນ ນິຕິບຸກຄົນ ຫ້າງຮ້ານ ແລະບໍລິສັດຕ່າງໆທີ່ຈຳໜ່າຍຜະລິດຕະພັນສິນຄ້າຍີ່ຫໍ້ດັ່ງກ່າວປະເພດໝໍ້ໄຟ (Battery) ຊາບວ່າ ພະແນກຮ່ວມກັບຄະນະກຳມະການກວດກາຄຸ້ມຄອງຊັບສິນທາງປັນຍາຂັ້ນ ນວ ຈະໄດ້ລົງກວດກາສິນຄ້າປະເພດດັ່ງກ່າວ.

ຜ່ານການລົງຈັດຕັ້ງປະຕິບັດຕົວຈິງເພື່ອກວດກາຢຶດສິນຄ້າປະເພດຜະດຕະພັນໝໍ້ໄຟ Battery ຍີ່ຫໍ້ GS ໄດ້ລົງຈັດຕັ້ງເປັນ 2 ໄລຍະ ລວມມີທັງໝົດ 10 ຮ້ານ ພົບເຫັນສິນຄ້າ 7 ຮ້ານ ລວມສິນຄ້າທີ່ຢຶດໄດ້ທັງໝົດ 110 ໜ່ວຍ ມີມູນຄ່າ 70 ລ້ານກີບ ເຊິ່ງສິນຄ້າທີ່ລະເມີດເຄື່ອງໝາຍການຄ້າເປັນສິນຄ້າປອມແປງລອກຮຽນແບບ ພາຍຫຼງທີ່ຄະນະກຳມະການຂັ້ນ ນວ ກວດພົບເຫັນແມ່ນຕ້ອງໃຊ້ມາດຕະການເດັດຂາດຢຶດແລະ ທຳລາຍຖິ້ມຕາມລະບຽບການ ເພື່ອບໍ່ໃຫ້ສິນຄ້າດັ່ງກ່າວກັບຄືນເຂົ້າສູ່ວົງຈອນການຄ້າໄດ້ອີກທັງນີ້ພື່ອເປັນການປົກປ້ອງສິດຜົນປະໂຫຍດຂອງເຈົ້າຂອງເຄື່ອງໝາຍການຄ້າບັນດາຫົວໜ່ວຍທຸລະກິດທີ່ເຄື່ອນໄຫວຖືກຕ້ອງຕາລະບຽບກົດໝາຍ ຮັບປະກັນໃຫ້ຜູ້ຊົມໃຊ້ໄດ້ໃສິນຄ້າທີ່ມີຄຸນນະພາບໄດ້ມາດຕະຖານ.

ທີ່ມາ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...