spot_img
Homeຂ່າວພາຍ​ໃນຕຳແລ້ວໜີ ເຈັບສາຫັດ ສາມຄົນ

ຕຳແລ້ວໜີ ເຈັບສາຫັດ ສາມຄົນ

Published on

11391128_442838465895553_6847425547367428330_n 11392787_442838449228888_2188781090229957838_n

ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ລາຍງານວ່າ ວັນທີ 12/6/2015 ເວລາປະມານ 1:45 ນາທີ ມີອຸບັດຕິເຫດ ລົດໃຫ່ຍຕຳລົດຈັກ ແລ້ວໜີ ທີ່ໜ້າວັດໂນນຄໍ້ ບ້ານໂນນຄໍ້ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ມີຜູ້ບາດເຈັບຊາຍ ສາມຄົນ ຜູ້ທີ 1 ມີອາການ ແໜ້ນໜ້າເອີກ ແລະ ບໍລິເວນດ້ານຊ້າຍຂອງຮ່າງກາຍແມ່ນເຈັບຕົ້ນຄໍ ບ່າໄຫຼ່ ສະໂພກ ແລະ ແຂນ ມີສະຕິກະວົນກະວາຍ ເລືອດອອກມາທາງປາກແລະດັງມີບາດເລິ້ນເລັກນ້ອຍ . ຜູ້ທີ 2 ມີອາການແໜ້ນໜ້າເອິກ ແຂນທ່ອນຂ້າງຊ້າຍ ຫັກ ມີອາການສະບັ້ນໜາວ ເຈັບກ້ານຄໍ . ຜູ້ທີ 3 ມີສະຕິ ເຈັບຕາມຕົນຕົວ ຫົວເຂົ່າຂ້າງເບື້ອງຊ້າຍຖືກກະທົບຢ່າງແຮງມີບາດແຜເລືອດອອກ ເໜັງຕິງບໍ່ຄ່ອຍໄດ້ ຂາເບື້ອງຊ້າຍ ມີບາດແຜຮອຍຂີດຂູດອາດຈະມາຈາກໂກບລົດທີ່ແຕກ ມີເລືອດອອກ .
ໜ່ວຍກູ້ໄພນະຄອນຫຼວງ 1624 ໄດ້ນຳສົາງໂຮງໝໍມິດຕະພາບໂດຍດ່ວນ ສ່ວນລົດໃຫຍ່ຄູ່ກໍລະນີໂກບທາງໜ້າລຸດແຕກອອກ ແມ່ນຢຸດຢູ່ທີ່ຮ້ານເຂົ້າປຽກທາດຫຼວງ ເນື່ອງຈາກໄປຕໍ່ບໍ່ໄດ້ເພາະ ລົດຈັກທີ່ເປັນຄູ່ກໍລະນີກັນນັ້ນຍັງຄາຢູ່ໜ້າລົດ (ຂໍອະໄພຮູບພາບບໍ່ຄົບຖ້ວນ)
……..
ແຈ້ງເຫດສຸກເສີນໂທ 1624

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...