spot_img
Homeຂ່າວຕ່າງປະເທດຕຳຫຼວດຈັບອະດີດສາວແອ ຜັນໂຕມາເປັນແມ່ເລົ້າ ຄ່າບໍລິການຄືນໜຶ່ງເກືອບ 50 ລ້ານກີບ

ຕຳຫຼວດຈັບອະດີດສາວແອ ຜັນໂຕມາເປັນແມ່ເລົ້າ ຄ່າບໍລິການຄືນໜຶ່ງເກືອບ 50 ລ້ານກີບ

Published on

ອີງຕາມສື່ຕ່າງປະເທດລາຍງານວ່າ: ຕຳຫຼວດຫວຽດນາມບຸກຈັບເຄືອຄ່າຍຄ້າກາມ ຂອງນາງສາວ Vo Thi My Hanh ອະດີດສາວແອຮອດສະເຕດ ອາຍຸ 26 ປີ ທີ່ຜັນໂຕມາເປັນແມ່ເລົ້າຈັດຫາສາວງາມໃຫ້ກັບບັນດາລູກຄ້າທີ່ມີຖານະລໍ້າລວຍ ຈົນຕົນເອງໄດ້ໃຊ້ຊີວິດແບບຫຼູຫຼາ.

ເຈົ້າໜ້າທີ່ຕຳຫຼວດຈັບອະດີດສາວແອຮອດສະເຕດໄດ້ໃນຄືນວັນພຸດ ທີ 9 ສິງຫາ 2023 ທີ່ຜ່ານມາ, ທີ່ໂຮງແຮມຫຼູແຫ່ງໜຶ່ງໃນເມືອງໂຮຈິມິນ ເຊິ່ງພົບວ່າ: ມີສາວເປັນພະນັກງານຕ້ອນຮັບຂອງສາຍການບິນ ຫຼື ແອຮອດສະເຕດ 3 ຄົນຢູ່ເທິງຕຽງກັບຜູ້ຊາຍຫຼາຍຄົນ ສ່ວນຍິງສາວຄົນທີ 4 ເປັນນາງແບບຢູ່ກັບລູກຄ້າອີກຄົນໜຶ່ງ ໂດຍເຈົ້າໜ້າທີ່ໄດ້ຄວບຄຸມຍິງສາວທັງ 4 ແລະ ລູກຄ້າຊາຍເອົາໄວ້.

ນາງສາວ Vo Thi My Hanh ໄດ້ຖືກດຳເນີນຄະດີໃນຊໍ້ຫາໃຫ້ບໍລິການທາງເພດ ແລະ ເປັນຄົນກາງທີ່ຈັດຫາຍິງສາວໄປໃຫ້ບໍລິການທາງເພດໃຫ້ແກ່ລູກຄ້າ ໂດຍນາງຈະໄດ້ຮັບຄ່ານາຍໜ້າໃນການຈັດຫາຍິງສາວໄປໃຫ້ລູກຄ້າຄົນລະປະມານ 230 ປອນ ຫຼື ປະມານ 5 ລ້ານກີບ, ສ່ວນຄ່າບໍລິການໃນເວລາ 90 ນາທີ/ຄັ້ງລະ 700 ປອນ ລື ປະມານ 15 ລ້ານກີບ, ແຕ່ຫາກລູກຄ້າຕ້ອງການພັກຄ້າງຄືນກັບຍິງສາວຈະຕ້ອງຈ່າຍຄ່າບໍລິການຄືນລະປະມານ 2000 ຫຼື ປະມານ 50 ລ້ານກີບ, ເຈົ້າໜ້າທີ່ຍັງຄາດວ່າມີຍິງສາວທີ່ງາມໃນເຄືອຄ່າຍຢ່າງນ້ອຍ 30 ຄົນ ສ່ວນໃຫຍ່ເປັນສາວແອ ຫຼື ເຄີຍເປັນສາວແອມາກ່ອນ.

ທີ່ມາ: Dailymail

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...