spot_img
Homeເກັບຕົກ-ເລື່ອງແປກຕະລຶງ! ເດັກໜຸ່ມອິນເດຍ 17 ປີ ມີແຂ້ວໃນປາກ 200 ກ່ວາເຫຼັ້ມ!

ຕະລຶງ! ເດັກໜຸ່ມອິນເດຍ 17 ປີ ມີແຂ້ວໃນປາກ 200 ກ່ວາເຫຼັ້ມ!

Published on

9

 

ໝໍໃນອິນເດຍຖອນແຂ້ວອອກຈາກປາກຂອງເດັກໜຸ່ມ 17 ປີລາຍໜຶ່ງ ຈຳນວນທັງໝົດກ່ວາ 232 ເຫຼັ້ມ

ໂດຍໃຊ້ເວລາດົນເຖິງ 7 ຊົ່ວໂມງ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ເດັກໜຸ່ມລາຍນີ້ມີອາການປວດບວມຢູ່ຄາງກະໄຕດ້ານຂວາ ເຂົາທົນ

ເຈັບມາດົນເຖິງ 18 ເດືອນ ແລະ ເມື່ອໄປຫາໝໍແຖວໆບ້ານ ທ່ານໝໍກໍຈົນໝົດປັນຍາ ບໍ່ສາມາດບອກໄດ້

ວ່າອາການເຈັບນັ້ນເກີດຂຶ້ນມາຈາກຫຍັງ, ເດັກໜຸ່ມຄົນດັ່ງກ່າວຈິ່ງເດີນທາງມາທີ່ເມືອງມຸມໄບ ໃຫ້ທ່ານ

ໝໍໃນໂຮງໝໍຊ່ວຍກວດອາການໃຫ້ ເຊິ່ງສຸດທ້າຍໝໍກໍຕ້ອງຕົກໃຈທີ່ພົບວ່າ ມີແຂ້ວງອກໃນປາກຂອງເດັກ

ໜຸ່ມລາຍນີ້ກ່ວາ 200 ເຫຼັ້ມ ໂດຍທ່ານໝໍບອກວ່າ ອາການແບບນີ້ຫາຍາກຫຼາຍ ແລະ ຄວນທີ່ຈະຖືກບັນ

ທຶກໄວ້ເປັນສະຖິຕິຂອງໂລກ.

 

ຄວາມຜິດປົກກະຕິນີ້ ເກີດຈາກເຫືອກທີ່ມີແຂ້ວງອກອອກມາຫຼາຍເກີນໄປ ອາການຄ້າຍໆກັບມີເນື້ອງອກ

ເນື່ອງຈາກແຂ້ວງອກອອກມາຫຼາຍໂພດ ໝໍຈິ່ງໃຊ້ວິທີເອົາສິ່ວ ແລະ ຄ້ອນ ຄ່ອຍໆສະກັດແຂ້ວອອກມາ ເຊິ່ງ

ເປັນແຂ້ວເຫຼັ້ມນ້ອຍໆ ຄ້າຍຄືກັນກັບໄຂ່ມຸກ ແລະ ຍິ່ງສະກັດອອກກໍຍິ່ງມີແຂ້ວກອງຢູ່ຈົນເຕັມຖາດ ເຊິ່ງນັບ

ລວມກັນໄດ້ທັງໝົດ 232 ເຫຼັ້ມ ເຊິ່ງໃນຂະນະນີ້ ເດັກໜຸ່ມຄົນດັ່ງກ່າວ ຈິ່ງມີແຂ້ວເຫຼືອຢູ່ໃນປາກຢູ່ 28 ເຫຼັ້ມ.

 

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...