spot_img
Homeຂ່າວການສຶກສາຍົກລະດັບຄວາມຮູ້ດ້ານກົດໝາຍໃຫ້ພະນັກງານຫຼັກແຫຼ່ງ

ຍົກລະດັບຄວາມຮູ້ດ້ານກົດໝາຍໃຫ້ພະນັກງານຫຼັກແຫຼ່ງ

Published on

xiengkhaoung11
ພິທີເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານການນຳຫຼັກແຫຼ່ງຂັ້ນນະຄອນຫຼວງວຽງຈັນ ຈຳນວນ 68
ທ່ານ ໄດ້ມີຂຶ້ນວັນທີ 7 ກຸມພາ 2013 ທີ່ຫ້ອງວ່າການປົກຄອງນະຄອນຫຼວງ ໃຫ້ກຽດເຂົ້າຮ່ວມພິທີເປີດມີທ່ານ ສຈ.ດຣ. ຈະເລີນ
ເຢຍປາວເຮີ ລັດຖະມົນຕີວ່າການ ກະຊວງຍຸຕິທຳ ແລະ ທ່ານ ສົມວັນດີ ນາຖາວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ.
ຊຸດອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຮໍ່າຮຽນຫຼາຍເອກະສານກ່ຽວກັບກົດໝາຍ ເປັນຕົ້ນ ເອກະສານທິດສະດີລັດ ແລະ ກົດ
ໝາຍ ລັດຖະທຳມະນູນ ກົດໝາຍປົກຄອງ ກົດໝາຍສານປະຊາຊົນ ກົດໝາຍອົງການໄອຍະການປະຊາຊົນ ກົດໝາຍສັນຊາດລາວ
ກົດໝາຍທະບຽນສານ ກົດໝາຍແພ່ງ ກົດໝາຍກຳມະສິດ ກົດໝາຍສືບທອດມູນມໍລະດົກ ກົດໝາຍຂໍ້ຜູກພັນໃນສັນຍາ ແລະ ນອກ
ສັນຍາ ກົດໝາຍຄ້ຳປະກັນ ການປະຕິບັດສັນຍາ ກົດໝາຍຄອບຄົວ ແລະ ລະບຽນຄອບຄົວ ກົດໝາຍງົບປະມານແຫ່ງລັດ ກົດ
ໝາຍດຳເນີນຄະດີແພ່ງ ກົດໝາຍສິ່ງແວດລ້ອມ ກົດໝາຍແຮ່ທາດ ກົດໝາຍທີ່ດິນ ກົດໝາຍປ່າໄມ້ ກົດໝາຍແຮງງານ ກົດໝາຍ
ອາຍາ ກົດໝາຍດຳເນີນຄະດີອາຍາ ກົດໝາຍການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແລະ ກົດໝາຍສົ່ງເສີມການລົງທຶນ.
ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອປັບປຸງ ແລະ ຍົກລະດັບຄວາມຮູ້ກົດໝາຍທີ່ຖືກຕ້ອງ ໃຫ້ແກ່ຜູ້ເຂົ້າຮ່ວມຢ່າງເປັນລະ
ບົບໂດຍພື້ນຖານ ພ້ອມກັນນັ້ນ ກໍໃຫ້ສູ້ຊົນແກ້ໄຂຄວາມຮັບຮູ້ເຂົ້າໃຈກົດໝາຍທີ່ຍັງບໍ່ທັນຖືກຕ້ອງ ປັບປຸງ ແລະ ສ້າງແນວຄິດເຄົາ
ລົບລະບຽບກົດໝາຍ ຖືເອົາກົດໝາຍເປັນເຄື່ອງມື ກໍຄືເປັນບ່ອນອີງໃນການປະຕິບັດໜ້າທີ່ວຽກງານ ແກ້ໄຂແນວຄິດຖືເບົາຕໍ່ລະບຽບ
ກົດໝາຍ ຕ້ານປະກົດການລ່ວງລະເມີດລະບຽບກົດໝາຍ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...