spot_img
Homeຂ່າວການຊ່ວຍເຫຼືອຍີ່ປຸ່ນມອບວັກຊີນແອັສຕຣາເຊເນກ້າ 6 ແສນກວ່າໂດສ ພ້ອມອຸປະກອນການແພດໃຫ້ແກ່ລາວ

ຍີ່ປຸ່ນມອບວັກຊີນແອັສຕຣາເຊເນກ້າ 6 ແສນກວ່າໂດສ ພ້ອມອຸປະກອນການແພດໃຫ້ແກ່ລາວ

Published on

ລັດຖະບານຍີ່ປຸ່ນໄດ້ສະໜອງວັກຊີນແອັສຕຣາເຊເນກ້າ ຈຳນວນ 616.820 ໂດສທີ່ຜະລິດໃນປະເທດຍີ່ປຸ່ນໃຫ້ແກ່ ສປປ ລາວ ໃນການປ້ອງກັນພະຍາດໂຄວິດ-19 ໂດຍຜ່ານໂຄງການ COVAX ພາຍໃຕ້ການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), Gavi ເຊິ່ງເປັນ​ພັນທະມິດວັກຊີນ ແລະ ອົງການອະນາໄມໂລກ (WHO), ໂດຍມີອົງການຢູນິເຊັບເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.

ພິທີມອບຮັບວັກຊີນດັ່ງກ່າວ ໄດ້ຈັດຂຶ້ນໃນມື້ວານນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການ​​ເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ  ແຫ່ງ ສປປ ລາວ. ທ່ານ ເຄໂຊ ທາເກວະກະ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ​ເປັນຜູ້ມອບວັກຊີນເຫຼົ່ານີ້​ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ຢ່າງເປັນທາງການ.

ທ່ານ ນາງ ປານີ ຢາທໍ່ຕູ້ ກ່າວວ່າ: “ລັດຖະບານແຫ່ງ ສປປ ລາວ ຕີລາຄາສູງຕໍ່ການຊ່ວຍເຫຼືອວັກຊີນແອັສຕຣາເຊເນກ້າ ໃຫ້ແກ່ລາວ ໃນຄັ້ງນີ້, ເຊິ່ງເປັນການສະແດງເຖິງຄວາມພະຍາຍາມຂອງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ເພື່ອຊ່ວຍລັດຖະບານ ແລະ ປະຊາຊົນລາວ ໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ -19 ຢູ່ ສປປ ລາວ ແລະ ທາງພາກສ່ວນກ່ຽວຂ້ອງຈະສືບຕໍ່ສັກວັກຊີນເຫຼົ່ານີ້​ໃຫ້ແກ່ກຸ່ມບູລິມະສິດ, ລວມທັງຜູ້ທີ່ມີ​ອາຍຸ 60 ປີຂຶ້ນໄປ, ຜູ້ທີ່ມີ​ພະຍາດປະຈໍາຕົວ​​ ແລະ ພະນັກງານສາທາລະນະສຸກໃນຂອບເຂດທົ່ວປະເທດຈຳນວນ 3 ແສນກວ່າຄົນ.

ທ່ານ ເຄໂຊ ທາເກວະກະ ກໍໄດ້ກ່າວວ່າ: “ລັດຖະບານຍີ່ປຸ່ນເປັນຜູ້ສະໜັບສະໜູນ ທີ່ໃກ້ຊິດຂອງ​ລັດຖະບານແຫ່ງ ສປປ ລາວ ໃນການຕອບໂຕ້ກັບພະຍາດ ໂຄວິດ-19 ນັບຕັ້ງແຕ່ການລະບາດຂອງເຊື້ອໄວຣັສໃນເບື້ອງຕົ້ນ ເເລະ ​ຍັງໄດ້ສະໜັບສະໜູນ ສປປ ລາວ ດ້ວຍອຸປະກອນປ້ອງກັນສ່ວນຕົວ (PPE) ສໍາລັບພະນັກງານແພດ​ໝໍຢູ່ແຖວໜ້າ ແລະ ອຸປະກອນ​ອົກຊີເພື່ອປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດ ໂຄວິດ-19, ພ້ອມທັງສ້າງຄວາມເຂັ້ມແຂງຂອງອຸປະກອນລະບົບຄວາມ​ເຢັນໃນປະເທດພາຍໃຕ້ແຜນງານ​ “Last One Mile Support”.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...