spot_img
Homeຂ່າວຕ່າງປະເທດຍິ່ປຸ່ນປະເຊີນພາວະນ້ຳຖ້ວມ ມີຜູ້ເສຍຊີວິດແລ້ວ 2 ຄົນ ສູນຫາຍ 18 ຄົນ

ຍິ່ປຸ່ນປະເຊີນພາວະນ້ຳຖ້ວມ ມີຜູ້ເສຍຊີວິດແລ້ວ 2 ຄົນ ສູນຫາຍ 18 ຄົນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ເດືອນກໍລະກົດຜ່ານມານີ້ວ່າ ທ່ານ ໂຍຊິຮິເດະ ຊູກະ ເລຂາທິການ ຄະນະລັດຖະມົນຕີຂອງຍິ່ປຸ່ນ ລະບຸວ່າ ທາງການ​ເລັ່ງຈັດ​ສົ່ງ​ຕຳຫລວດ, ທະຫານ ​ແລະ ​ເຈົ້າໜ້າ​ທ່ີ​ກູ້​ໄພ 7.500 ຄົນ​ ​ໃຫ້​ໄປຊ່ວຍ​ເຫລືອປະຊາຊົນ​ໃນ​ຫລາຍ​ພື້ນ​ທ່ີຂອງ ​ເກາະ​ຄິວ​ຊູ ທ່ີ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກ ​ເນື່ອງ​ຈາກ​ຝົນຕົກ​ໜັກຢ່າງ​ຕໍ່​ເນື່ອງ, ​ເກີດ​ນ້ຳ​ຖ້ວມ ​​ໂດຍມີ​ລະດັບນ້ຳ​ສູງ​ເຖິງ 50​​ ຊັງ​ຕິ​ແມັດ ​ເຮັ​ດ​ໃຫ້​ມີ​ຜູ້​ເສ​ຍຊິວິດຢ່າງ​ໜ້ອຍ 2 ຄົນ, ສູນຫາຍ​ອີກ 18 ຄົນ ​ແລະ ຍັງ​ມີ​ລາຍ​ງານດິນ​ເຈື່ອນ​ໃນ​ຫລາຍພື້ນ​ທ່ີ.

ປັດ​ຈຸ​ບັນ, ​ເຈົ້າ​ໜ້າ​ທ່ີກູ້​ໄພ ພວມອົບ​ພະຍົບປະຊາຊົນ 400.000 ຄົນ ​​ໃນ​ພື້ນ​ທ່ີດັ່ງກ່າວ ​ໃຫ້​ໄປ​ຍັງ​ສະຖາ​ນທີ່ປອດ​ໄພ. ຂະນ​ະດຽວ ​ກັນ​ນັ້ນ, ທາງ​ການໄດ້​ປະກາດເຕືອນ​ປະຊາຊົນ ​ໃຫ້​ເອົາ​ໃຈ​ໃສ່​ຕິດຕາມ​ຂໍ້​ມູນ​ຂ່າວສານດ້ານ​ສະພາບ​ອາກາດ​ ຈາກ​ສະຖາ​ນີວິທະຍຸ ​ແລະ ​ໂທລະພາບ.

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...