spot_img
Homeຂ່າວຕ່າງປະເທດຊາວໄທ 7 ຄົນທີ່ມາເກັບເຫັດຢູ່ ສປປ ລາວຕອນນີ້ໄດ້ກັບຄືນປະເທດແລ້ວ

ຊາວໄທ 7 ຄົນທີ່ມາເກັບເຫັດຢູ່ ສປປ ລາວຕອນນີ້ໄດ້ກັບຄືນປະເທດແລ້ວ

Published on

ເວັບໄຊ້ Workpointtoday ໄດ້ລາຍງານວ່າ ຄົນໄທ 7 ຄົນທີ່ຂ້າມມາເກັບເຫັດຢູ່ໃນປ່າທີ່ເປັນເຂດແດນລະຫວ່າງຊາຍແດນລາວ-ໄທ ຈົນຫຼົງເຂົ້າມາ ສປປ ລາວ ກ່ອນຈະຖືກຈັບກຸມດໍາເນີນຄະດີເຂົ້າເມືອງແບບຜິດກົດໝາຍ ໄດ້ກັບຄືນປະເທດໄທແລ້ວ
ໃນວັນທີ 20 ສິງຫາ 2021 ຜູ້ວ່າລາດຊະການແຂວງ ອຸບົນລາດຊະທານີ ໄດ້ເຂົ້າຮັບຄົນໄທ 7 ຄົນ ຈາກ ຮອງເຈົ້າແຂວງຈໍາປາສັກ ກ່ອນທີ່ຈະສົ່ງໂຕທັງ 7 ຄົນໃຫ້ກັບເຈົ້າໜ້າທີ່ສາທາລະນະສຸກຂອງໄທປະຈໍາດ່ານສາກົນລາວ-ໄທ ເພື່ອກວດຫາເຊື້ອໂຄວິດ-19 ຕາມລະບຽບຂອງກະຊວງສາທາລະນະສຸກ.

ສໍາລັບຄົນໄທທັງ 7 ຄົນແມ່ນຖືກດໍາເນີນຄະດີໃນຂໍ້ຫາລັກເຂົ້າເມືອງແບບຜິດກົດໝາຍ ແລະ ຖືກປັບໄໝຄົນລະປະມານ 1,800,000 ກີບ ແລະ ທັງ 7 ຄົນນີ້ແມ່ນບໍ່ໄດ້ຮັບວັກຊີນໄຟເຊີຄືດັ່ງທີ່ເປັນຂ່າວກ່ອນໜ້ານີ້.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...