ຊາຍຊາວຍີ່ປຸ່ນເບື່ອເມຍເລີຍພາເມຍນ້ອຍທີ່ເປັນຕຸກກະຕາຢາງເຂົ້າມາອາໃສຢູ່ໃນເຮືອນ

ເວັບໄຊຂ່າວອັງກິດ “ເດິຊັນ” ລາຍງານຈາກນະຄອນຫຼວງ ໂຕກຽວ ປະເທດ ຍີ່ປຸ່ນເມື່ອວັນທີ 1 ກໍລະກົດ 2017 ວ່າ ທ້າວ ມາຊາຍູກິ ໜຸ່ມໃຫຍ່ຊາວຍີ່ປຸ່ນໄວອາຍຸ 45 ປີ “ມາຍູ” ເຂົ້າມາຢູ່ເຮືອນເຢີ້ຍເມຍຫຼວງ ແລະ ລູກສາວຂອງເຂົາທີ່ຍັງອາໃສຢູ່ຮ່ວມເຮືອນລັງດຽວກັນ ທ້າວ ໂອຊາກິ ກ່າວວ່າ ຕອນທີ່ເມຍຂອງລາວເກີດລູກສາວແລ່້ວ ພວກເຂົາກໍ່ຢຸດມີເພດສຳພັນກັ ລາວຈິ່ງຮູ້ສຶກໂດດດ່ຽວຫຼາຍ ແຕ່ເມື່ອມາເຫັນຕຸກກະຕາມາຍູທີ່ວາງຂາຍຢູ່ໃນຮ້ານ ລາວຈິ່ວເກີດຕົກຫຼຸມຮັກຕັ້ງແຕ່ເຫັນຄັ້ງທຳອິດ ຈິ່ງໄດ້ຊື້ກັບມາເຮືອນ ເມື່ອເມຍຂອງລາວເຫັນກໍ່ຮູ້ສຶກບໍ່ພໍໃຈໃຫ້ລາວຫຼາຍ ທຸກມື້ນີ້ເມຍຂອງລາວກໍ່ບໍ່ເຕັມໃຈທີ່ຈະອາໃສຢູ່ຮ່ວມເຮືອນຫຼັງດຽວກບລາວປານໃດ ສ່ວນລູກສາວ ຕອນທຳອິດເມື່ອຮູ້ວ່າຕຸກກະຕາມາຍູບໍ່ແມ່ນຕຸກກະຕາບາບີ່ໂຕໃຫຍ່ໄວ້ໃຫ້ນາງຫຼິ້ນ ນາງກໍ່ຮູ້ສຶກລັງກຽດ ແຕ່ຕອນນີ້ນາງກໍ່ຍອມແບ່ງປນເສື້ອຜ້າໃຫ້ກັບມາຍູໄດ້ແລ້ວ

ທ້າວ ໂອຊາກິ ຍອມຮັບວ່າຖືກມະນຸດປະຕິເສດຄວາມສຳພັນ ແລະ ແມ່ຍິງຍີ່ປຸ່ນກໍ່ເຢັນຊາຫຼາຍ ພວກນາງເຫັນແກ່ຕົວ ຜູ້ຊາຍພຽງຕ້ອງການຄົນຮັບຟັງບັນຫາໂດຍບໍ່ຕ້ອງການໄດ້ຍິນສຽງຈົ່ມເວລາກັບມາແຕ່ບ່ອນເຮັດວຽກ ຕອນນີ້ບໍ່ວ່າເຂົາຈະມີບັນຫາຫຍັງກໍ່ຕາມເຂົາຈະມັກເລົ່າສູ່ມາຍູຟັງສະເໝີ ເຂົາຮັກຕຸກກະຕາຢາງໂຕນີ້ຫຼາຍ ຢາກຢູ່ກັບມາຍູໄປຕະຫຼອດ ເຂົາບໍ່ສາມາດກັບໄປຈິນຕະນາ ການກັບມະນຸດໄດ້ອີກແລ້ວ ແລະ ຫາກເຂົາຕາຍໄປເຂົາກໍ່ຕ້ອງການທີ່ຈະຝັງໄປພ້ອມກັບມາຍູ

2 COMMENTS

  1. ສັງຄົມມະນຸດຍິ່ງມີຄວາມກ້າວໜ້າທາງດ້ານເທັກໂນໂລຢີເທົ່າໃດ ນັ້ນໝາຍເຖິງຄວາມຈະເລີນທາງດ້ານວັດຖຸ ແລະຜົນປະໂຫຍດ ຄວາມເຫັນແກ່ຕົວ ວິ່ງເຕັ້ນແລ່ນນຳວັດຖຸເພີ່ມຂຶ້ນ ກໍເຮັດໃຫ້ຈິດໃຈຄົນເຮົາຍິ່ງຫ່າງໄກກັນອອກເທົ່ານັ້ນ, ການແຂ່ງຂັນກັບເວລາ ເພື່ອດີ້ນຮົນເອົາຊີວິດລອດ ແລະແຂ່ງຂັນກັນຊອກຫາວັດຖຸ ເງິນຄຳ ເປັນປັດໃຈດຶງດູດເອົາຈິດໃຈ ຈິດສຳນຶກຄົນເຮົາ ໜີໄປຈາກກັນຫລາຍຂຶ້ນ. ຄວາມຮຽກຮ້ອງຕ້ອງການຕ່າງໆນາ ມັນໄດ້ສ້າງທິດສະດີໃໝ່ ເທິງຄວາມເປັນຈິງຂອງສັງຄົມໃນແຕ່ລະຍຸກ ກາຍເປັນກະແສ ປຸກຄວາມຄິດໃຫ້ຄົນແລ່ນຕາມ, ຈົນໃນທີ່ສຸດ ຄົນເຮົາກໍມີໂລກໃຜໂລກມັນທີ່ເປັນສ່ວນຕົວ ຫ່າງເຫີນກັນ ຄວາມຮັກ ຄວາມຮູ້ສຶກໃຫ້ກັນເລີ່ມກາຍເປັນໄປຈະເລີນໃນທິດທາງລົບ , ລະແວງ ເຄືອບແຄງ ສົງໄສ… ກັນ ແລະ ກັນ, ຫັນໄປເພິ່ງພາໃນສິ່ງທີ່ບໍ່ຕອບໂຕ້ຄວາມຮູ້ສຶກຕົນເອງໃນດ້ານລົບ ຄົນເພິ່ງຕຸກກະຕາ ຄົນເພິ່ງພາຫຸ່ນຍົນ ເພິ່ງພາສິ່ງມີຊີວິດທີ່ປະດິດສ້າງຂຶ້ນມາທາງວິທະຍາສາດ… ລອງຄິດເບິ່ງອີກ50 ປີ 100 ປີຂ້າງໜ້າ ມະນຸດຈະມີການພົວພັນກັນເປັນແບບໃດ ? ສື່ສານກັນວິທີໃດ? ເດີນທາງກັນແບບໃດ ? ສັງເກດຕາມວິວັດທະນາການຂອງໂລກ ຂອງສັງຄົມ ຂອງຄົນ ແລ້ວ ວັດຖຸແມ່ນຈະເລີນແຕ່ເກົ່າຫາໃໝ່ ແຕ່ບໍ່ທັນສະໄໝຫາທັນສະໄໝ ແຕ່ຍາວຫາສັ້ນ ກົງກັນຂ້າມກັບຄົນ (ມະນຸດ) ທີ່ນັບມື້ນັບຫ່າງກັນ (ຍິ່ງໃກ້ກໍຄືຍິ່ງຫ່າງໄກ) ຈິດໃຈຂອງຄົນກໍເປັນດັ່ງດຽວກັນນັບມື້ຫ່າງໄກ ນັບມື້ເຫັນແກ່ຕົວ ນັບມື້ເສື່ອມໂຊມ ກັນພົວພັນກັນນັບມື້ແຕກແຍກ (ເມື່ອກ່ອນທິດສະດີມາກເວົ້າວ່າ ວັດຖຸເກີດກ່ອນຈິດໃຈ ແລະຈິດໃຈຕັດສິນວັດຖຸຸ) ແຕ່ແນວໂນ້ມຂອງທິດສະດີນັ້ນມັນເລີ່ມອຽງ ເຖິງແມ່ນວັດຖຸຈະເກີດກ່ອນ ແຕ່ມັນສາມາດຄອບງຳຈິດໃຈຂອງຄົນໄດ້ນັບມື້ຫລາຍ ຈົນສາມາດຊັກນຳ ແລະຕັດສິນຈິດໃຈຂອງຄົນນັບມື້ຫລາຍຂຶ້ນ ນີ້ໜ້າເປັນຫ່ວງ, ວັດທະນະທຳ ທາງສັດຖຸ ທາງຄວາມເຊື່ອ ທາງຈິດໃຈ ທີ່ດີງາມໄດ້ຖືກສ້າງຂຶ້ນກ່ອນໜ້ານີ້ ກຳລັງລົດໜ້ອຍຖອຍລົງ ຫລາຍອັນແມ່ນເສື່ອງຖອຍ ແລະຫາຍສາບສູນໄປແລ້ວ ອິດທິພົນຂອງຄວາມກ້າວໜ້າທາງດ້ານວິທະນາສາດ ເທັດໂນໂລຢີ ມັນແກ່ດຶງ ຄອບງຳໄປໝົດທຸກຂົງເຂດ ທີ່ຍາກຈະຫລີດລ່ຽງໄດ້

  2. ຂໍໃຫ້ຊາດຫນ້າມາຢູໄດ້ເກີດມາເປັນຄົນເດີ ຈະໄດ້ຄູ່ຄອງແລະຮັບຟັງບັນຫາຂອງໂອຊາກີ

Comments are closed.