spot_img
Homeຂ່າວຕ່າງປະເທດຈັບແຮງງານລາວ 4 ຄົນ ຂໍ້ຫາລັກລອບຂົນອາຫານແຊ່ແຂງຂ້າມຊາຍແດນຜິດກົດໝາຍ

ຈັບແຮງງານລາວ 4 ຄົນ ຂໍ້ຫາລັກລອບຂົນອາຫານແຊ່ແຂງຂ້າມຊາຍແດນຜິດກົດໝາຍ

Published on

ຕາມສຳນັກງານຂ່າວ ສະຫຍາມລັດ ລາຍງານ: ຕຳຫຼວດນະຄອນພະນົມ ປະເທດໄທ ວາງແຜນສະກັດກັ້ນຈັບຂະບວນການຂົນອາຫານແຊ່ແຂງ ສົ່ງຂ້າມລາວ ສວຍໂອກາດຊ່ວງດ່ານປິດ ສົ່ງອອກໃຫ້ພໍ່ຄ້າລາວ ຫວັງເອົາກຳໄລຊ່ວງຂາດຕະຫຼາດ ມູນຄ່າເກືອບແສນບາດ. ດັ່ງນັ້ນ, ເຈົ້າໜ້າທີ່ໄທ ຈິ່ງເພີ່ມມາດຕະການ ຄວບຄຸມ ເຂັ້ມງວດຊາຍແດງ 4 ເມືອງ ເພື່ອສະກັດກັ້ນຢາເສບຕິດ ໜີພາສີ ສິນຄ້າໜີພາສີ ທີ່ຈະສວຍໂອກາດຊ່ວງໂຄວິດ-19 ນີ້.

ເຊິ່ງເຈົ້າໜ້າທີ່ສາມາດຈັບກຸມແຮງງານລາວໄດ້ 4 ຄົນ ມີ ທ້າວ ກົບ ອາຍຸ 40 ປີ, ທ້າວ ຕົ້ນ ອາຍຸ 21 ປີ, ທ້າວ ຊານ ອາຍຸ 18 ປີ ແລະ ທ້າວ ຖຶມ ອາຍຸ 19 ປີ ພ້ອມຂອງກາງອາຫານແຊ່ແຂງ ເຊັ່ນ ໂຄງໄກ່, ລູກຊີ້ນ ລວມນໍ້າໜັກ 1 ໂຕນ ລວມມູນຄ່າບໍ່ຕໍ່າກ່ວາໜຶ່ງແສນບາດ.

ໂດຍຈັບໄດ້ ຂະນະທີ່ກຳລັງຂົນອາຫານລົງເຮືອຫາງຍາວ ບໍລະເວນແຄມຝັງນໍ້າຂອງ ໃນເຂດເທດສະບານທາດພະນົມ ເພື່ອກຽມຂົນສົ່ງໄປຂາຍ ສປປ ລາວ ໂດຍເຈົ້າໜ້າທີ່ ກໍໄດ້ຂະຫຍາຍຜົນຫາທີ່ໄປທີ່ມາຂອງອາຫານ ແລະສືບສວນດຳເນີນຄະດີ ຕາມກົດໝາຍຕໍ່ໄປ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...