spot_img
Homeຂ່າວທ້ອງຖິ່ນຈັບສອງເອື້ອຍນ້ອງທີ່ໄປ ດາວ-ເຊົ່າລົດແລ້ວໄປຂາຍຕໍ່ລວມ 18 ຄັນ

ຈັບສອງເອື້ອຍນ້ອງທີ່ໄປ ດາວ-ເຊົ່າລົດແລ້ວໄປຂາຍຕໍ່ລວມ 18 ຄັນ

Published on

ຫ້ອງການຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ແຈ້ງໃຫ້ຮູ້ເມື່ອບໍ່ດົນ ມານີ້ວ່າ: ກໍາລັງເລັ່ງຕິດຕາມຜູ້ຮ່ວມຂະບວນ ການກັບສອງເອື້ອຍນ້ອງທີ່ຫຼອກລວງ ຕົວະຕົ້ມ ໃນຮູບແບບໄປດາວ-ເຊົ່າລົດ ແລ້ວເອົາໄປຂາຍຕໍ່ແບບບໍ່ມີເອກະສານ ພາຍຫຼັງທີ່ສາມາດຈັບກຸມສອງ ເອື້ອຍນ້ອງໄດ້ແລ້ວເມື່ອບໍ່ດົນມານີ້ ແລະ ໄດ້ໃຫ້ການຊັກທອດເຖິງຜູ້ຮ່ວມຂະບວນການ. ສອງເອື້ອຍນ້ອງດັ່ງກ່າວ ຊື່ນາງຄໍາພະຈັນ ໄຊຍະວົງ (ຜູ້ເປັນນ້ອງ) ແລະ ນາງວິໄລຄໍາ ໄຊຍະວົງ (ຜູ້ເປັນເອື້ອຍ) ຊຶ່ງທັງສອງຄົນເປັນຜູ້ໄປດາວ-ເຊົ່າ ໂດຍທີ່ຜູ້ເປັນນ້ອງຈະເປັນຜູ້ເຊັນຄໍ້າປະກັນ ແລະ ຜູ້ເປັນເອື້ອຍຈະເປັນຜູ້ດາວ-ເຊົ່າ.

ຮອງຫົວໜ້າຫ້ອງການຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ທ່ານ ພັທ ວິລະສອນ ພິໄຂຄໍາ ໄດ້ກ່າວກ່ຽວກັບເລື່ອງນີ້ຕໍ່ສື່ມວນຊົນລາວ ເມື່ອບໍ່ດົນມານີ້ວ່າ: ໃນຮູບແບບການດາວ-ເຊົ່າລົດຂອງສອງເອື້ອຍນ້ອງດັ່ງກ່າວສ່ວນຫຼາຍຈະແມ່ນລົດກະບະ ໂດຍອ້າງວ່າຈະໄປເຂົ້າໂຄງການ ເຊັ່ນ: ໂຄງການທາງດ່ວນ, ທາງລົດໄຟ, ໂຄງການສ້າງເຂື່ອນໄຟຟ້າ ແລະ ໂຄງການອື່ນໆ. ໃນເມື່ອດາວ-ເຊົ່າໄປແລ້ວແມ່ນຈະນໍາໄປໃຫ້ຜູ້ຮ່ວມຂະບວນການໄປຂາຍຕໍ່ໂດຍບໍ່ມີເອກະສານໃດໆ ເພາະເຈົ້າຂອງລົດຈະກ໋ອບປີ້ພຽງແຕ່ໃບທະບຽນໃຫ້ບໍ່ແມ່ນຂອງແທ້ຈຶ່ງບໍ່ສາມາດຂາຍໂດຍຖືກກົດໝາຍໄດ້ຕ້ອງຂາຍແບບລົດເຖື່ອນ ຫຼື ບໍ່ມີເອກກະສານລົດ.

ທ່ານ ພັທ ວິລະສອນໄດ້ກ່າວຕື່ມວ່າ: ໂດຍລວມແລ້ວລົດທີ່ສອງເອື້ອຍນ້ອງ ແລະ ຜູ້ຮ່ວມຂະບວນການຫຼອກລວງໄປມີທັງໝົດ 18 ຄັນ ແລະ ສາມາດເກັບກູ້ໄດ້ແລ້ວ 3 ຄັນ. ການດາວ-ເຊົ່າ ລົດແຕ່ລະຄັນລາຄາຈະແມ່ນປະມານ 1.300 ໂດລາຕໍ່ເດືອນ ໃນເມື່ອດາວ-ເຊົ່າໄປແລ້ວເມື່ອຄົບກໍານົດຈ່າຍຄ່າເຊົ່າ ຫຼື ຄົບສັນຍາໃນການເຊົ່າ (ຄົບເວລາສົ່ງຄືນລົດ) ທັງສອງເອື້ອຍນ້ອງບໍ່ໄດ້ມາຈ່າຍຄ່າເຊົ່າ ແລະ ບໍ່ໄດ້ເອົາລົດມາສົ່ງຄືນ ດັ່ງນັ້ນເຈົ້າຂອງລົດຈຶ່ງມີການດໍາເນີນຄະດີ ແລະ ມີການຈັບກຸມສອງເອື້ອຍນ້ອງດັ່ງກ່າວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...