spot_img
Homeຂ່າວທ້ອງຖິ່ນງານເທດສະການດອກງິ້ວບານ ຄັ້ງທີ 20 ຢູ່ແຂວງບໍ່ແກ້ວ ປະຈຳປີ 2023

ງານເທດສະການດອກງິ້ວບານ ຄັ້ງທີ 20 ຢູ່ແຂວງບໍ່ແກ້ວ ປະຈຳປີ 2023

Published on

ປີນີ້ ຈັດຫຍິ່ງໃຫຍ່ ອະລັງການ ພ້ອມມີຫຼາຍກິດຈະກໍາ ໄວ້ຄອຍຕ້ອນຮັບທ່ານ ພາຍໃນງານ ຈະມີກິດຈະກໍາຫຼາຍຢ່າງເຊັ່ນ: ການປະກວດ ນາງສາວດອກງີ້ວບານ ແລະ ການປະກວດນາງສາວທ່ອງທ່ຽວລາວ. ນອກຈາກນີ້ ຍັງມີກິດຈະກຳຕ່າງໆທີ່ໜ້າສົນໃຈເຊັ່ນ: ການສະແດງສິລະປະ 4 ປະເທດ, ງານແຂ່ງຂັນຊ່ວງເຮືອ 4 ປະເທດ ລາວ ໄທ ມຽນມາ ຈີນ, ກິດຈະກຳປ່ອຍໂຄມໄຟ 1000 ອັນ, ກິດຈະກຳລອຍກະທົງ, ງານແຂ່ງຂັນຕີມວຍ, ງານເທດສະການດົນຕີ ດອກງິ້ວສີຄຳ.
ເພີ່ມຕື່ມຈາກນີ້ ຍັງຈະມີ ການຈັດກອງປະຊຸມສົ່ງເສີມ ແລະ ດຶງດູດການລົງທຶນໃນເທດສະການດອກງິ້ວບານຄັ້ງທີ 20 ເພື່ອສົ່ງເສີ່ມການທ່ອງທ່ຽວ ແລະ ວັດທະນະທໍາ.

ຖືວ່າເປັນການຈັດງານທີ່ຍິ່ງໃຫຍ່ ກວ່າທຸກໆປີ ທີ່ເຄີຍຈັດຜ່ານມາ ຫຼັງຈາກບໍ່ໄດ້ຈັດມາເປັນເວລາ 3 ປີ ເນື່ອງຈາກການລະບາດຂອງພະຍາດໂຄວິດ 19. ງານດັ່ງກ່າວຈະຈັດຂຶ້ນໃນວັນທີ 25-29 ມັງກອນ 2023​ ທີ່ເຂດເສດຖະກິດພີເສດສາມຫລ່ຽມຄຳ.
ດັ່ງນັ້ນ,​ ຈຶ່ງຂໍເຊີນຊວນພໍ່ແມ່ປະຊາຊົນ ທັງພາຍໃນ ແລະ ຕ່າງປະເທດ​ ໄປທ່ຽວຊົມງານດັ່ງກ່າວດ້ວຍ ຊາວແຂວງບໍ່ແກ້ວ ຍິນດີຕ້ອນຮັບ ທຸກໆທ່ານ.

CR: MediaLAOS

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...