spot_img
Homeໜັງໃໝ່ຄໍຊີຣີເກົາຫຼີໃຕ້ກຽມພົບກັບ "Legend of The Blue Sea ຕຳນານແຫ່ງທ້ອງທະເລສີຟ້າ"

ຄໍຊີຣີເກົາຫຼີໃຕ້ກຽມພົບກັບ “Legend of The Blue Sea ຕຳນານແຫ່ງທ້ອງທະເລສີຟ້າ”

Published on

Legend of The Blue Sea  ຊີຣີ້ທີ່ມາແຮງທີ່ສຸດໃນເກົາຫຼີໃຕ້ຕອນນີ້ ເປັນການໂຄຈອນມາພົບກັນຂອງ ຊຸບເປີ້ສະຕາ ລີມິນໂຮ ແລະ ຈວນຈີຮຸນ ເຊິ່ງເປັນຊີຣີ້ທີ່ທຸກຄົນຕັ້ງຕາເຝົ້າລໍວ່າ ມື້ໃດຈະໄດ້ເບິ່ງ ເມື່ອບໍ່ດົນມານີ້ ທາງຊ່ອງ 24 True4U ເປີດເຜີຍອອກມາແລ້ວວ່າ “Legend of The Blue Sea ຕຳນານແຫ່ງທ້ອງທະເລສີຟ້າ” ຫຼື ມີອີກຊື່ໜຶ່ງວ່າ “Legend of The Blue Sea ເງືອກສາວຕົວຮ້າຍ ກັບ ທ້າວ ຕົ້ມຕຸ໋ນ” ຈະອອກອາກາດທາງຊ່ອງ 24 True4U ທຸກວັນພຸດ-ວັນພະຫັດ, ເວລາ 20:00ໂມງ ເລີ່ມຕອນທຳອິດວັນທີ 18 ມັງກອນ 2017 ນີ້

ຊີຣີ້ເລື່ອງນີ້ແອັດມິນຕິດຕາມມາຕັ້ງແຕ່ຕອນທຳອິດ ທີ່ສາຍຢູ່ຊ່ອງ SBS ຂອງເກົາຫຼີໃຕ້ ເຊິ່ງຕອນນີ້ກໍ່ສາຍຮອດຕອນທີ 14 ແລ້ວ, ເຊິ່ງເລື່ອງລາວກຳລັງດຳເນີນໄປຢ່າງເຂັ້ມຂຸ້ນ ສຳລັບຄົນທີ່ມັກຊີຣີ້ແນວໂຣແມນຕິກແຟນຕາຊີ ຕ້ອງຂໍບອກວ່າເລື່ອງນີ້ເປັນອີກເລື່ອງໜຶ່ງຖ້າໄດ້ເບິ່ງແລ້ວຕ້ອງຕິດໃຈແນ່ນອນ ເພາະຕອນນີ້ແອັດມິນເອງກໍ່ຕິດຕາມເລື່ອງນີ້ແບບວ່າຕິດຂັ້ນງັອມແງັມພາດບໍ່ໄດ້ຈັກຕອນເລີຍກໍ່ວ່າໄດ້

ເວົ້າໄປແລ້ວອາດຈະຫາວ່າແອັດມິນເວົ້າເກີນຈິງ ແຕ່ຖ້າຢາກຮູ້ວ່າມັນມ່ວນຄືແອັດມິນເວົ້າແທ້ ຫຼື ບໍ່ ຕ້ອງຖ້າຕິດຕາມຊົມຕົວຈິງ ເອົາເປັນວ່າຕອນນີ້ເຮົາມາເບິ່ງ ຊີຣີ້ເລື່ອງນີ້ຕອນທີ 1 ເພື່ອອຸ່ນເຄື່ອງກັນກ່ອນດີກວ່າ (ຊັບໄທ)

https://youtu.be/vM1VNMezgfA

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...