spot_img
Homeມຸມຂ່າວ AECຄ່າເງິນໃນອາຊີຫຼຸດລົງຢ່າງໜັກ

ຄ່າເງິນໃນອາຊີຫຼຸດລົງຢ່າງໜັກ

Published on

ບັນດາ​ສະກຸນ​ເງິນ​ຢູ່​ໃນ​ອາຊີ​ຫຼຸດ​ລົງ​ຢ່າງ​ໜັກ​ເມື່ອ​ທຽບ​ກັບ​ເງິນ​ໂດ​ລາ​ສະຫະລັດນັບ​ຕັ້ງ​ແຕ່​ໄຊຊະນະ​ຂອງ​ທ່ານ ​ໂດ​ນັລ ທຣຳ​ໃນ​ການ​ເລືອກຕັ້ງ​ອາ​ເມ​ລິ​ກາ.

   ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ທະນາຄານ​ກາງ​ຈີນ​ໄດ້​ກຳນົດ​ອັດຕາ​ການ​ແລກປ່ຽນ​ໃນ​ວັນ​ທີ 25 ພະຈິກ​ທີ່​ຜ່າ​ນມາ​ໄວ້​ຢູ່​ທີ່ 6,9085 ຢວນຕໍ່​ໂດ​ລາ​ສະຫະລັດອ່ອນ​ລົງ 0,26% ຈາກ​ອັດຕາ​ວັນ​ທີ 23 ພະຈິກ ​ເປັນ​ການ​ອ່ອນ​ຄ່າ​ລົງ 12 ຄັ້ງ​ຕິດ​ຕໍ່​ກັນ ​ແລະ ຕໍ່າ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ເດືອນ​ມິຖຸນາ​ປີ 2008 ສ່ວນ​ອັດຕາ​ການ​ແລກປ່ຽນ​ເງິນ​ຢວນ​ຢູ່​ພາຍໃນ​ປະ​ເທດ​ຢູ່​ທີ 6,9794 ຢວນຕໍ່​ໂດ​ລາ​ອ່ອນ​ລົງ 0,39% ຈີນ​ຫຼຸດຄ່າ​ເງິນ​ຢວນຂະນະ​ທີ່​ໂດ​ລາ​ແຂງ​ຄ່າ​ທີ່​ສຸດ​ໃນ​ຮອບ 14 ປີ, ສ່ວນ​ເງິນຣູປີ​ຂອງ​ອິນ​ເດ​ຍອ່ອນ​ຄ່າ​ລົງ​ຈຸ 68,8425 ຣູປີ​ຕໍ່​ໂດ​ລາ​ໃນ​ການ​ຊື້​ຂາຍ​ທ້າຍ​ອາທິດ​ທີ່​ຜ່ານ​ມາໃກ້​ຈຸ​ລະ​ດັບ​ຕໍ່າ​ສຸດ​ເປັນ​ປະຫວັດສາດ​ຢູ່​ທີ່່ 68,8450 ຣູປີ​ຕໍ່​ໂດ​ລາ​ໃນ​ເດືອນ​ສິງຫາ​ປີ 2013.ຂະນະ​ເງິນ ຣິງກິດ​ຂອງ​ມາ​ເລ​ເຊຍ​ຢູ່​ທີ່ 4,4150 ຕໍ່ 1 ​ໂດ​ລາ

ສ່ວນ​ເງິນ​ເຢນຂອງ​ຍີ່​ປຸ່ນ, ​ເງິນ​ວອນ​ຂອງ​ສ ​ເກົາ​ຫຼີ ກໍ່​ຫຼຸດ​ລົງ​ເມື່ອ​ທຽບ​ກັບ​ເງິນ​ໂດ​ລາ, ​ເງິນ​ເຢນຂອງ​ຍີ່ປຸ່ນ​ຫຼຸດ​ລົງ​ຕໍ່າ​ສຸດ 110 ​ເຢນຕໍ່ 1 ​ໂດ​ລາ​ນັບ​ຕັ້ງ​ແຕ່​ເດືອນ​ພຶດສະພາ​ທີ່​ຜ່ານ​ມາ​ທີ່​ມີ​ການ​ຊື້​ຂາຍ​ຢູ່​ທີ່ 110.58 ​ເຢນຕໍ່​ໂດ​ລາ.

 

ຂ່າວຈາກ: ເສດຖະກິດ-ສັງຄົມ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...