spot_img
Homeຂ່າວຄາດຕະກຳຄົນຮ້າຍກໍ່ເຫດຄາຕະກຳ 3 ສົບ ທີ່ແຂວງຊຽງຂວາງ

ຄົນຮ້າຍກໍ່ເຫດຄາຕະກຳ 3 ສົບ ທີ່ແຂວງຊຽງຂວາງ

Published on

ໃນຕອນເດິກຂອງວັນທີ 4 ມິຖຸນາ 2023 ຜ່ານມາ, ເກີດເຫດຄົນຮ້າຍເຂົ້າໄປຄາຕຳກຳພໍ່ແມ່ລູກ ເສຍຊີວິດ 3 ຄົນ, ໂຊກດີທີ່ຜູ້ເປັນລູກສາວອາຍຸ 12 ປີ ໜີອອກມາໄດ້ກ່ອນ.

ຈາກການບອກເລົ່າຂອງຍາດຜູ້ເສຍຊີວິດໃຫ້ຮູ້ວ່າ: ຜູ້ເປັນນ້າບ່າວກັບຄອບຄົວໄດ້ໄປນອນຢູ່ໄຮ່, ຕົກມາຮອດກາງເດິກເວລາປະມານ 12 ຫາ 1 ໂມງ (ວັນທີ 4/06/2023) ມີຄົນຮ້າຍເຂົ້າມາເອີ້ນຜູ້ນ້າບ່າວ (ຜູ້ເສຍຊີວິດ) 2 ເທື່ອ, ແຕ່ບໍ່ມີໃຜຕື່ນ ຄົນຮ້າຍເລີຍໃຊ້ມີດງັດປະຕູເພື່ອເຂົ້າໄປ ຈາກນັ້ນໄດ້ຄາຕະກຳຜູ້ເປັນເມຍ (ຜູ້ເສຍຊີວິດ) ກ່ອນ, ແລ້ວກໍຈັບປືນມາຍິງຜູ້ເປັນຜົວ, ແລ້ວກໍຄາຕຳກຳລູກນ້ອຍ ອາຍຸ7ເດືອນ. ໃນຕອນທີ່ກຳລັງຂ້າຜູ້ເປັນແມ່ ຜູ້ເປັນລູກສາວອາຍຸ 12 ປີ ຕື່ນມາພໍດີ ແລ້ວກໍເເລ່ນເຂົ້າປ່າເພື່ອຫຼົບໜີກ່ອນ.

ຈາກນັ້ນຜ່ານໄປປະມານ 2-3 ຊົ່ວໂມງ, ຜູ້ເປັນລູກສາວກໍກັບມາເອົາໂທລະສັບ ແລະເຫັນພໍ່ແມ່ ແລະນ້ອງຊາຍເສຍຊີວິດໝົດແລ້ວ, ລູກສາວກໍໄດ້ໂທຫາແມ່ເຖົ້າເພື່ອແຈ້ງຂ່າວ ແລະບອກໃຫ້ມາຊ່ວຍ. ຫຼັງນັ້ນຈາກນັ້ນ, ກໍໄດ້ແລ່ນໄປລີ້ໃນປ່າຈົນເຈົ້າໜ້າທີ່ຕຳຫຼວດ ແລະ ພີ່ນ້ອງໄປຮອດ. ຄອບຄົວຜູ້ເສຍຊິວິດແມ່ນຢູ່ບ້ານໝອງຂຽວ, ເມືອງໝອງແຮດ, ແຂວງຊຽງຂວາງ.
ຂໍສະແດງຄວາມເສຍໃຈມາຍັງຍາດຜູ້ເສຍຊີວິດ ແລະເປັນກຳລັງໃຈໃຫ້ລູກສາວຂອງຜູ້ເສຍຊີວິດທີ່ສູນເສຍພໍ່ແມ່ ແລະນ້ອງຊາຍໃນເວລາດຽວກັນ.

ຕາມການລາຍງານຂອງເຈົ້າໜ້າທີ່ໄດ້ລະບຸວ່າ: ຄົນທີ່ກໍ່ເຫດຄາຕະກຳ 3 ສົບ, ແມ່ນເຈົ້າໜ້າໄປກວດກາ ແລະ ຊອກຫາແມ່ນພົບເຫັນ ແລະ ຜູ້ກ່ຽວໄດ້ຂ້າໂຕຕາຍ ແຕ່ມື້ກໍເຫດ.

ທີ່ມາ: ໂທລະໂຄ່ງ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...