spot_img
Homeຂ່າວທ້ອງຖິ່ນຄົນຕ່າງປະເທດຫຼາຍຮ້ອຍຄົນຍັງຄົງຄ້າງຢູ່ໃນລາວ

ຄົນຕ່າງປະເທດຫຼາຍຮ້ອຍຄົນຍັງຄົງຄ້າງຢູ່ໃນລາວ

Published on

ແຮງງານຕ່າງຊາດ ແລະ ນັກທ່ອງທ່ຽວຫຼາຍຮ້ອຍຄົນຍັງຄົງຄ້າງຢູ່ໃນລາວ ເນື່ອງຈາກບໍ່ສາມາດກັບຄືນປະເທດຂອງພວກເຂົາໄດ້.

ໃນຂະນະທີ່ຈຳນວນຊາວຕ່າງຊາດທີ່ຕ້ອງການກັບຄືນປະເທດຂອງພວກເຂົາຍັງບໍ່ຮູ້ວ່າມີຈຳນວນເທົ່າໃດຄົນ, ມີຄົນຕ່າງປະເທດຫຼາຍກວ່າ 250 ຄົນ ໄດ້ສ້າງຕັ້ງກຸ່ມເຟສບຸ໊ກເພື່ອແບ່ງປັນຂໍ້ມູນ ແລະ ການຊ່ວຍເຫຼືອຫຼັງຈາກລັດຖະບານລາວຕັດສິນໃຈໃນການໂຈະທ້ຽວບິນໂດຍສານ.

ອີງຕາມຂໍ້ມູນຈາກຊາຍຄົນໜຶ່ງທີ່ໄດ້ໂອ້ລົມກັບ ໜັງສືພິມລາວທຽນທາມ ວ່າ ສະຖານທູດຕ່າງໆໄດ້ເຮັດວຽກຢ່າງຫ້າວຫັນເພື່ອຫາແນວທາງແກ້ໄຂ ແລະ ຊ່ວຍເຫຼືອພົນລະເມືອງທີ່ຕົກຄ້າງ. ເຖິງຢ່າງໃດກໍ່ຕາມມາດຕະການປ້ອງກັນການລະບາດຂອງໂຣກໂຄວິດ-19 ໄດ້ຢຸດການບິນຊົ່ວຄາວ.

ຊາຍຄົນໜຶ່ງທີ່ບໍ່ປະສົງອອກນາມໄດ້ກ່າວວ່າ “ຜູ້ຄົນກຳລັງພະຍາຍາມຢູ່ລອດດ້ວຍເງິນເຫຼືອຕິດໂຕພຽງເລັກໜ້ອຍຂອງພວກເຂົາ”.

“ບາງຄົນບໍ່ມີເງິນພໍທີ່ຈະຈ່າຍຄ່າປີ້ຍົນເໝົາລຳລາຄາແພງ ແລະ ບໍ່ມີຫົນທາງທີ່ຈະອອກເດີນທາງ”

ຄົນສັນຊາດໂຄຣເອເຊຍໄດ້ກ່າວຕໍ່ໜັງສືພິມລາວທຽມທາມວ່າ ນາງໃຊ້ເວລາພໍສົມຄວນໃນການຕັດສິນໃຈອອກຈາກປະເທດລາວ ເມື່ອເຈົ້ານາຍຂອງນາງຂໍຮ້ອງໃຫ້ນາງຢູ່ຕໍ່ ຫຼັງຈາກທີ່ນາງໄດ້ລາອອກຈາກງານສອນພາສາອັງກິດຢູ່ພາກເໜືອຂອງລາວ, ທ້ຽວບິນຂອງນາງກໍ່ຖືກຍົກເລີກ ເຮັດໃຫ້ດຽວນີ້ນາງກາຍເປັນຄົນວ່າງງານ ແລະ ລ້ຽງຊີບດ້ວຍເງິນເກັບພຽງເລັກນ້ອຍ.

ຕັ້ງແຕ່ຕົ້ນປີນີ້, ລັດຖະບານໄດ້ກຳນົດມາດຕະການປ້ອງກັນໂຄວິດ-19 ເປັນແຕ່ລະໄລຍະ ຊາຍແດນລະຫວ່າງປະເທດຍັງຄົງປິດ ສຳລັບພົນລະເມືອງລາວ ແລະ ຊາວຕ່າງຊາດທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງໃຫ້ເຂົ້າ-ອອກປະເທດໄດ້, ໃນຂະນະທີ່ນັກທ່ອງທ່ຽວ ແລະ ຜູ້ທີ່ບໍ່ໄດ້ຮັບອະນຸຍາດຈະບໍ່ສາມາດເຂົ້າ-ອອກປະເທດໄດ້.

ລັດຖະບານໄດ້ອະນຸຍາດໃຫ້ຍົກເວັ້ນວີຊາ, ຕໍ່ອາຍຸວີຊ່ານັກທ່ອງທ່ຽວເປັນປະຈຳທຸກເດືອນ ສຳລັບຜູ້ທີ່ຢູ່ເກີນກຳນົດ, ເຖິງຢ່າງໃດກໍ່ຕາມ ວີຊ່າໄລຍະຍາວ ແລະ ວີຊ່າເຮັດວຽກຈະບໍ່ໄດ້ຮັບການອອກໃຫ້.

ທ້ຽວບິນເຊົ່າເໝົາລຳໄດ້ຖືກໂຈະຕັ້ງແຕ່ເດືອນກໍລະກົດທີ່ຜ່ານມາ ພາຍຫຼັງພົບກໍລະນີຜູ້ຕິດເຊື້ອໂຄວິດ-19 ໃນຮອບ 100 ວັນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...