spot_img
Homeຄວາມຮູ້ກ່ຽວກັບ AECຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ ອາວຸໂສ ອາຊຽນ

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ ອາວຸໂສ ອາຊຽນ

Published on

ໃນວັນທີ 22 ພຶດສະພາ 2017 ທີ່ ນະຄອນຫວງມະນີລາ ຟີລິບປິນ, ທ່ານ ທອງຜ່ານສະຫວັນເພັດ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ພາຍໃຕ້ການເປັນປະທານ ຂອງຟີລິບປິນ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຄັ້ງນີ້, ໄດ້ປຶກສາຫາລື ກ່ຽວກັບຄວາມພະຍາຍາມ ໃນການສືບຕໍ່ສ້າງຄວາມເຂັ້ມແຂງ ໃຫ້ແກ່ປະຊາຄົມອາຊຽນ, ຊຶ່ງລວມທັງການພົວພັນ ແລະ ຮ່ວມມືກັບພາຍນອກ ແລະ ບົດບາດຄວາມເປັນແກນກາງຂອງອາຊຽນ. ພ້ອມດຽວກັນນີ້, ກອງປະຊຸມ ປຶກສາຫາລື ເພື່ອກະກຽມໃຫ້ແກ່ບັນດາກອງປະຊຸມ ລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 50 ແລະ ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ກັບ ບັນດາຄູ່ເຈລະ ຈາ, ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ບວກສາມ ຄັ້ງທີ 13, ກອງປະຊຸມລັດຖະມົນຕີ ຕ່າງປະເທດ ຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ ຄັ້ງທີ 7,  ກອງປະຊຸມເວທີພາກພື້ນ ອາຊຽນ ຄັ້ງທີ 24 ແລະ ກິດຈະກໍາສະເຫລີມສະຫລອງຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ທີ່ຈະຈັດຂຶ້ນໃນເດືອນສິງຫາ 2017.

ພາຍຫລັງ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ຄັ້ງນີ້, ທ່ານ ທອງຜ່ານ ສະຫວັນເພັດ ພ້ອມດ້ວຍຄະນະ ສືບຕໍ່ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸ ໂສອາຊຽນ ບວກສາມ, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອງກອງປະຊຸມ ສຸດຍອດອາຊີຕາເວັນອອກ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ ໃນວັນທີ 23 ແລະ 24 ພຶດ ສະພາ 2017 ຕາມລໍາດັບ.

 

ແຫລ່ງຂ່າວ: www.kpl.gov.la

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...