spot_img
Homeຂ່າວພາຍ​ໃນຄະນະນັກກິລາລາວ 5 ປະເພດ ເດີນທາງກັບເຖິງບ້ານເກີດ ຫຼັງສຳເລັດພາລະກິດ ໃນຊີເກມ

ຄະນະນັກກິລາລາວ 5 ປະເພດ ເດີນທາງກັບເຖິງບ້ານເກີດ ຫຼັງສຳເລັດພາລະກິດ ໃນຊີເກມ

Published on

ຄະນະນັກກິລາລາວ ຈຳນວນ 47 ຄົນ ຈາກ 5 ປະເພດກິລາ ໃນນີ້ລວມເຖິງຮີໂຣ 3 ຫຼຽນຄຳ ຈາກປະເພດກິລາກະຕໍ້ຊິນລອນ, ກຸນ ໂບກາຕໍ ແລະ ໂວວີນາມ ນຳໂດຍທ່ານ ອານຸສອນ ເຄນກິຕິສັກ ຮອງປະທານສະຫະພັນກິລາກະຕໍ້ແຫ່ງຊາດລາວ ໄດ້ເດີນທາງມາເຖິງແຜ່ນດິນເກີດ ນະຄອນຫຼວງວຽງຈັນ ສປປ ລາວ ດ້ວຍຄວາມສະຫວັດດີພາບ ໃນຕອນແລງວັນທີ 10 ພຶດສະພາ 2023 ທີ່ສະໜາມບິນສາກົນວັດໄຕ, ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະກົມ, ພະນັກງານທີ່ກ່ຽວຂ້ອງ ຕະຫຼອດຮອດມວນຊົນ ແລະ ສື່ມວນຊົນ.

ສຳລັບຄະນະນັກກິລາລາວ ທີ່ໄດ້ສຳເລັດພາລະກິດ ແລະ ໄດ້ເດີນທາງກັບມາໃນຊຸດນີ້ ປະກອບມີ ກະຕໍ້ຊິນລອນ ຈຳນວນ 24 ຄົນ ຜົນງານຍາດໄດ້ 1 ຫຼຽນຄຳ ແລະ 5 ຫຼຽນທອງ; ໂວວີນາມ ຈຳນວນ 19 ຄົນ ຜົນງານຍາດໄດ້ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 5 ຫຼຽນທອງ; ກຸນ ໂບກາຕໍ ທ້າວ ກອງເງິນ ອິນທິສານ ເຈົ້າຂອງຫຼຽນຄຳ ຜູ້ປະເດີມຫຼຽນໄຊທຳອິດ ເປັນຂວັນກຳລັງໃຈໃຫ້ທັບນັກກິລາລາວ; ກິລາຈູຈິດຊູ ຈຳນວນ 1 ຄົນ. ນອກນັ້ນ ກໍຍັງມີຄະນະນຳກິລາຄາຣາເຕໂດ 1 ຄົນ ແລະ ກຳມະການກິລາຄາຣາເຕໂດ 2 ຄົນ ເດີນທາງມາພ້ອມກັນອີກດ້ວຍ. ສ່ວນຜົນງານຂອງກິລາກະຕໍ້ຊິນລອນ ສາມາດຍາດໄດ້ 1 ຫຼຽນຄຳ ຈາກປະເພດທີມຊາຍ 8 ຄົນ ປະກອບມີ ທ້າວ ພອນສະຫວັນ ພິມມະຈັກ, ທ້າວ ໂຍທິນ ສົມບັດພູທອນ, ທ້າວ ອານຸສອນ ສູນດາລາ, ທ້າວ ສຸກນິລັນ ໄຊກອງສາ, ທ້າວ ອຸ່ນຄຳ ໄຊສົງຄາມ, ທ້າວ ອາດົງ ຜູ້ມີສິນ, ທ້າວ ແອດໂລ ພອນບຸນ ແລະ ທ້າວ ປາໂມດ ອິນທິລາດວົງສີ; ກິລາໂວວີນາມ 1 ຫຼຽນຄຳ ໄດ້ຈາກປະເພດຟ້ອນຄູ່ຊາຍ ທ້າວ ຈັນທະລັງສີ ຈັນທະສີດາ ແລະ ທ້າວ ພຸດທະສິນ ແພງພັນຍາ; ກິລາ ກຸນ ໂບກາຕໍ ໄດ້ຈາກ ທ້າວ ກອງເງິນ ອິນທິສານ ປະເພດຟ້ອນດ່ຽວຊາຍ.
ຂ່າວໂດຍ: ໜັງສືພິມສຶກສາ-ກິລາ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...