spot_img
Homeຂ່າວຕ່າງປະເທດຄວາມສຳພັນເບັ່ງບານ! ຕວກກີເຫັນດີຮັບຂໍ້ສະເໜີ ສ້າງລະບົບປ້ອງກັນໄພທາງອາກາດ ຈາກຣັດເຊຍ!

ຄວາມສຳພັນເບັ່ງບານ! ຕວກກີເຫັນດີຮັບຂໍ້ສະເໜີ ສ້າງລະບົບປ້ອງກັນໄພທາງອາກາດ ຈາກຣັດເຊຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ຕຸລາຜ່ານມານີ້ວ່າ ທ່ານ ເຣເຊບ ເຕຢິບ ເອີໂດກັນ ປະທານາທິບໍດີຕວກກີ ແລະ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ໃຫ້ຄຳໝັ້ນສັນຍາຮ່ວມກັນ ທີ່ນະຄອນຫລວງອິສຕັນບູນ ປະເທດຕວກກີ ໃນວັນທີ 10 ຕຸລາຜ່ານມາ ວ່າທັງສອງປະເທດ ຈະເພີ່ມທະວີສ້າງຄວາມຮ່ວມມືໃນທຸກດ້ານ ລວມທັງດ້ານຍຸດທະວິທີທາງການທະຫານ ໂດຍຕວກກີມີຄວາມພ້ອມ ທີ່ຈະຮັບຂໍ້ສະເໜີຂອງຣັດເຊຍ ສຳລັບການປະມູນເພື່ອສ້າງ ລະບົບປ້ອງກັນໄພທາງອາກາດໄລຍະໄກຂອງຕວກກີ.

ທ່ານ ປູຕິນ ໄດ້ກ່າວພາຍຫລັງຈາກການພົບປະກັນສອງຝ່າຍອີກວ່າ ລັດຖະບານຣັດເຊຍ ພ້ອມທີ່ຈະໃຫ້ການຮ່ວມມືກັບຕວກກີ ດ້ານອຸດສາຫະກຳປ້ອງກັນປະເທດ ພ້ອມທັງໄດ້ກ່າວອີກວ່າ ທັງສອງຝ່າຍມີຄວາມມຸ່ງຫວັງ ທີ່ຈະປ່ຽນສິ່ງນັ້ນໃຫ້ກາຍເປັນໂຄງການຮູບປະທຳ.  ດ້ານທ່ານ ເອີໂດກັນ ກໍໄດ້ສະແດງຄວາມເຕັມໃຈຂອງຕວກກີ ຊຶ່ງພ້ອມທີ່ຈະພັດທະນາຄວາມສຳພັນກັບຣັດເຊຍ ໃນທຸກໆດ້ານ ລວມເຖິງດ້ານການປ້ອງກັນປະເທດ.

ການບັນລຸຄວາມຮ່ວມມືດັ່ງກ່າວນີ້ ໄດ້ເປັນສັນຍານຫລ້າສຸດ ຂອງຄວາມສຳພັນລະຫວ່າງຕວກກີ ແລະ ຣັດເຊຍ ທີ່ມີການພັດທະນາດີຂຶ້ນ ຫລັງຈາກທີ່ວິກິດການຄວາມສຳພັນດັ່ງກ່າວໄດ້ຕົກຕ່ຳລົງ ຈາກກໍລະນີກອງທັບອາກາດຕວກກີ ຍິງເຮືອບິນສູ້ຮົບຂອງຣັດເຊຍຕົກ ຢູ່ບໍລິເວນຊາຍແດນປະເທດຊີຣີ ເມື່ອເດືອນພະຈິກປີ 2015.

559000010594702

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...

ນໍ້າຖ້ວມຂັງໃນຕົວເມືອງ ນວ ໃນ ໄລຍະລະດູຝົນ ເກີດຈາກຫຼາຍປັດໄຈ

ບັນຫານ້ຳຖ້ວມຂັງໃນຕົວເມືອງ-ຖ້ວມຖະໜົນຫົນທາງ ໃນນະຄອນຫຼວງວຽງຈັນ(ນວ) ໃນລະດູຝົນ ແມ່ນບັນຫາໜຶ່ງທີ່ເກີດຂຶ້ນເປັນປະຈຳທຸກໆປີ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາລົງຊີວິດ ແລະ ຊັບສິນຂອງປະຊາຊົນ ເຮັດໃຫ້ການສັນຈອນເດີນທາງໄປມາ ມີຄວາມຫຍຸ້ງຍາກ ແລະ ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ການຈັດຕັ້ງລັດ ແລະ ອື່ນໆ. ທ່ານ...

ຍອດຜູ້ເສຍຊີວິດພຸ່ງຂຶ້ນ 109 ຄົນ ຈາກເຫດການນ້ຳຖ້ວມຮຸນແຮງໃນລັດເທັກຊັດ ສ.ອາເມລິກາ

ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມກະທັນຫັນໃນລັດເທັກຊັດ ເພີ່ມຂຶ້ນຢ່າງນ້ອຍ 109 ຄົນ ແລະ ເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຄົ້ນຫາຜູ້ສູນຫາຍອີກ 160 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ: ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມໃນລັດເທັກຊັດ ສ.ອາເມລິກາ ຕັ້ງແຕ່ວັນທີ 4 ກໍລະກົດ 2025...

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...