spot_img
Homeຂ່າວພາຍ​ໃນຂົນເງິນເຂົ້າ-ອອກ ປະເທດໄທຈັ່ງໃດ ບໍ່ໃຫ້ຖືກຈັບ

ຂົນເງິນເຂົ້າ-ອອກ ປະເທດໄທຈັ່ງໃດ ບໍ່ໃຫ້ຖືກຈັບ

Published on

116191

 

ຂ່າວຄົນລາວຖືກຕຳຫຼວດໄທຈັບ ປັບໃໝໃນຂໍ້ຫາຂົນເງິນເຂົ້າ-ອອກປະເທດໄທ ຫຼາຍເກີນກວ່າທີ່ກົດໝາຍໄທກຳໜົດນັ້ນ ມີມາໃຫ້ເຫັນຢູ່ເລື້ອຍໆ ນັບແຕ່ຫຼາຍປີທີ່ຜ່ານມາແລ້ວ ດັ່ງນັ້ນ ມື້ນີ້ ທີມຂ່າວລາວໂພສເຮົາຈຶ່ງມີຂໍ້ມູນກ່ຽວກັບລະບຽບການໃນເລື່ອງນີ້ມາຝາກ ແລະນີ້ຄືລະບຽບວ່າດ້ວຍການນຳເງິນເຂົ້າ-ອອກປະເທດໄທ ທີ່ທາງສະຖານທູດໄທປະຈຳນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການໄວ້ເມື່ອວັນທີ 4 ມິຖຸນາ 2015 ທີ່ຜ່ານມາ ເຊິ່ງຈະເປັນປະໂຫຍດຕໍ່ຜູ້ມີຈຸດປະສົງຈະນຳເຂົ້າ-ນຳອອກເງິນປະເທດໄທ ເປັນຢ່າງດີ (ຈຶ່ງຈະບໍ່ຖືກຈັບປັບໃໝຄືທີ່ຜ່ານມາ) ຈຶ່ງຂໍນຳສະເໜີເນື້ອໃນຂ່າວດັ່ງກ່າວດັ່ງນີ້:

  1. ເງິນບາດໄທ ສາມາດນຳເອົາເງິນບາດໄທຕິດໂຕເດິນທາງອອກໄປປະເທດທີ່ມີຊາຍແດນຕິດກັບປະເທດໄທໄດ້ຄົນລະບໍ່ເກີນ 500,000 ບາດ ຖ້າຫາກຕ້ອງການເອົາເງິນບາດໄທອອກນອກປະເທດໄທເກີນກວ່າທີ່ກົດໝາຍກຳໜົດ ຕ້ອງຂໍອະນຸຍາດກັບທະນາຄານແຫ່ງປະເທດໄທ ແລະເອົາຫຼັກຖານການໄດ້ຮັບອະນຸຍາດຈາກທະນາຄານແຫ່ງປະເທດໄທ ໄປແຈ້ງຕໍ່ເຈົ້າໜ້າທີ່ດ່ານພາສີ ກ່ອນຈະເດິນທາງອອກນອກປະເທດໄທ ສ່ວນກໍລະນີນຳເອົາເງິນບາດໄທເຂົ້າປະເທດໄທນັ້ນ ແມ່ນສາມາດນຳເຂົ້າໄດ້ບໍ່ຈຳກັດຈຳນວນ.
  2. ເງິນຕາຕ່າງປະເທດ (ທີ່ບໍ່ແມ່ນເງິນບາດໄທ) ການນຳເງິນຕາຕ່າງປະເທດທີ່ເປັນທະນະບັດ ຫຼືຫຼຽນອອກໄປນອກ ຫຼືເຂົ້າໄປໃນປະເທດໄທ ໂດຍມີມູນຄ່າລວມກັນເກີນ 20,000 ໂດລ່າສະຫະລັດ ຫຼືທຽບເທົ່າ ຕ້ອງແຈ້ງລາຍການເງິນຕາລະຫວ່າງປະເທດນັ້ນຕໍ່ເຈົ້າໜ້າທີ່ດ່ານພາສີ ກ່ອນເດິນທາງອອກນອກປະເທດ ຖ້າບໍ່ແຈ້ງຫຼືແຈ້ງລາຍການບໍ່ຖືກຕ້ອງຈະມີຄວາມຜິດທາງອາຍາ.

ระเบียบว่าด้วยการนำเงินเข้า – ออก ราชอาณาจักรไทย

  1. 1. เงินบาทไทย สามารถนำเงินบาทไทยติดตัวเดินทางไปประเทศที่มีพรมแดนติดกับประเทศไทยได้คนละไม่เกิน 500,000 บาท หากต้องการนำเงินตราไทยออกนอกราชอาณาจักรมูลค่าเกินกว่าที่กฎหมายกำหนด ต้องขออนุญาตธนาคารแห่งประเทศไทย และนำหลักฐานการได้รับอนุญาตจากธนาคารแห่งประเทศไทย (ธต.5) แสดงต่อเจ้าหน้าที่ศุลกากรก่อนเดินทางออกนอกประเทศ ส่วนกรณีนำเข้าเงินบาทสามารถนำเข้าประเทศไทยได้ไม่จำกัดมูลค่า
  2. 2. เงินตราต่างประเทศ การนำเงินตราต่างประเทศที่เป็นธนบัตร หรือเหรียญกษาปณ์ออกไปนอก หรือเข้ามาในราชอาณาจักร โดยมีมูลค่ารวมกันเกินกว่า 20,000 ดอลลาร์สหรัฐฯ หรือเทียบเท่า ต้องแสดงรายการเงินตราระหว่างประเทศนั้นต่อเจ้าหน้าที่ศุลกากรก่อนเดินทางออกนอกประเทศ หากไม่แสดงหรือแสดงรายการไม่ถูกต้องจะมีความผิดอาญา

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...